
7 ຂໍ້ ປາບູ່ບອກ ເປັນຫຍັງຈຶ່ງເປັນຄົນອາລົມດີ ຄິດບວກຕະຫຼອດ ? ກ່ອນທີ່ຈະໃຫ້ໃຜຮັກເຮົາ ເຮົາຕ້ອງຮັກໂຕເອງກ່ອນ
February 17, 2023ປາບູ່ ເນັດໄອດໍ້ ໂພສ ມີຄົນຖາມວ່າປາບູ່ເປັນຫຍັງຈັ່ງເປັນຄົນອາລົມດີ ຄິດບວກໄດ້ຕະຫຼອດບໍ່ວ່າຈະເຈີປັນຫາຫຍັງ! ເຮັດແບບໃດບອກໃຫ້ຮູ້ແນ່
ຂ້ອຍໃນທຸກໆມື້ທ່ອງຂຶ້ນໃຈ
1 ເຮັດໃຫ້ຫຼາຍເວົ້າໃຫ້ໜ້ອຍ
2 ບໍ່ວ່າຈະເຈີປັນຫາຫຍັງຕື່ນມາກໍ່ເປັນມື້ໃຫມ່ມັນເປັນສິ່ງ1 ທີ່ມະນຸດຕ້ອງເຈີ
3 ພະລັງ+ ອາລົມດີ ຈະນຳພາສິ່ງດີດີເຂົ້າມາຫາເຮົາ
4 ທຸກໆຄົນ ເກີດມາເປັນຄົນຄືກັນ ເປັນມະນຸດຄືກັນ ມີ2 ຕີນ2 ມືຄືກັນ ເຂົາເຮັດໄດ້ເຮົາກໍຕ້ອງເຮັດໄດ້(ເຊື່ອໝັ້ນໃນໂຕເອງ
5 ຢ່າສົນໃຈຄຳເວົ້າຂອງຄົນທີ່ເຮົາບໍ່ໄດ້ຮູ້ຈັກເຮົາ ຟັງຢ່າງມີສະຕິ ຖ້າດີກໍ່ຍິ່ງເຮັດໃຫ້ດີ, ຖ້າບໍ່ດີເກັບໄປປັບປຸງ
6 ເມື່ອເຮົາຕັ້ງໃຈເຮັດຫຍັງແລ້ວເຮັດໃຫ້ສຸດບໍ່ມາຜົນຕອບຮັບຈະອອກມາດີຫຼືບໍ່ດີກໍ່ຊ່າງເພາະເຮົາເຮັດດີທີ່ສຸດແລ້ວ
7 ຢ່າລືມບຸນຄຸນຄົນທີ່ດີກັບເຮົາຄອບຄົວ, ເອື້ອຍອ້າຍ, ໝູ່ຄູ່, ຄົນທີ່ຮັກເຮົາ ຊ່ວຍເຫຼືອເພິ່ນໃນຕອນທີ່ຊ່ວຍໄດ້
ສຸດທ້າຍກ່ອນທີ່ຈະໃຫ້ໃຜມາຮັກເຮົາເຮົາຕ້ອງຮັກໂຕເອງກ່ອນ
Pabou Douangboupha