“ແຜນເຈ້ຍນ້ອຍໆ ແຕ່ມີຄວາມຫມາຍຍິ່ງໃຫຍ່” ສູ່ຂໍຮຽບຮ້ອຍ ເຈນນີ້+ເອກ

“ແຜນເຈ້ຍນ້ອຍໆ ແຕ່ມີຄວາມຫມາຍຍິ່ງໃຫຍ່” ສູ່ຂໍຮຽບຮ້ອຍ ເຈນນີ້+ເອກ

February 17, 2023 Off By FC

ຍິນດີນໍາທັງຄູ່ ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ Miss Universe Laos 2021 Miss World Laos 2017 ແລະ ແຟນໜຸ່ມ ເອກ Bounyasith Vongkhamta ທີ່ຫຼ້າສຸດ ຫຼັງຂໍແຕ່ງ, ຖ່າຍພີເວດດິ້ງສຸດສະວີດ ກໍໄດ້ເຂົ້າພິທີສູ່ຂໍເປັນທີ່ຮຽບຮ້ອຍ ໃນວັນທີ 16 ກຸມພາ 2023

.

ໂດຍ ເຈນນີ້ຕົ້ນາໄດ້ໂພສໄວ້ແບບນີ້
ແຜນເຈ້ຍນ້ອຍໆ ແຕ່ມີຄວາມຫມາຍທີ່ຍິ່ງໃຫຍ່ທີ່ສຸດ
ເປັນຄວາມສຸກທີ່ເຮົາເຫັນຈາກຄອບຄົວ

ລວມເຖິງຄວາມສຸກຂອງສອງເຮົາ
ໃນພິທິສູ່ຂໍ ທີ່ອົບອຸ່ນທີ່ສຸດ ຈາກຄອບຄົວ ທັງ 2ຝ່າຍ
ສິ່ງຫນື່ງທີ່ພວກເຮົາສອງຄົນໄດ້ເຫັນໃນຄັ້ງນີ້

.

ຄືຄວາມຮັກຈາກພໍ່ແມ່ ຄວາມດີໃຈຂອງອ້າຍເອື້ອຍນ້ອງ
ຄວາມຕື່ນເຕັ້ນ ຄວາມຮັກແພງ ຈາກຍາດຕິພີ່ນ້ອງ

ຫາກໂອກາດໄດ້ຢາກຫລາຍ ທີ່ຈະໄດ້ເຫັນຄອບຄົວ ຍາດຕິພີ່ນ້ອງ
ພ້ອມຫນ້າ ພ້ອມຕາ ກັນແບບນີ້ ໃນນາມລູກຫລານ ພວກເຮົາຂອບໃຈທຸກຄົນຫລາຍໆ ພ້ອມທັງຂອບໃຈອົງການ ຈັດຕັ້ງບ້ານ

.

.

ດີໃຈນໍາ ແລະ ຕິດຕາມວ່າມື້ໃດຈະເປັນມື້ພິທີແຕ່ງເດີ້…. ຂໍໃຫ້ມີຄວາມສຸກກັບຊີວິດຄູ່ນະ