ຄວາມເຊື່ອ! ລຶບຮອຍ ແກ້ເຄັດ ລົດມັກເກີດອຸປະຕິເຫດ ຢູ່ບໍ່ເຊົາ ແຊໄວ້ລອງ

ຄວາມເຊື່ອ! ລຶບຮອຍ ແກ້ເຄັດ ລົດມັກເກີດອຸປະຕິເຫດ ຢູ່ບໍ່ເຊົາ ແຊໄວ້ລອງ

February 21, 2023 Off By FC

ລົດມັກເກີດອຸປະຕິເຫດ ຢູ່ບໍ່ເຊົ່າ ຊຶ່ງໃນນັ້ນ ບໍເຂົາ ກໍ່ເຮົາ. ຫຼື ອາດບໍຮູ້ໄດ້ລົດນັ້ນຜ່ານມາໄດ້ຢຽບສັດ ຫຼື ຄົນຕາຍມາກ່ອນ, ລົດມີເຈົ້າຂອງເດີມຫວງຢູ່ (ເຈົ້າກຳ ນາຍເວນ ເຈົ້າເຄາະ ນາຍເຂັນ)..!
ແກ້ເຄັດ ດ້ວຍການ ລຶບຮອຍ

ໂດຍການນຳເຈ້ຍຂາວ 4 ໃບມາຮອງຕີນລົດ 4 ຕີນ, ທຽນ 1 ດອກຈູບໄວ້ ລຸ່ມເບື້ອງຄົນຂັບ. ຂຶ້ນຂີ່ລົດຢຽບເຈ້ຍ ໃຫ້ເປັນຮອຍຕີນລົດໃນເຈ້ຍ ແລ້ວ ນຳເຈ້ຍ 4 ໃບມາຈູດຖີ້ມ
(ເຮັດໃນເວລາ 09:00 – 10:00 ໂມງກາງຄືນແລ້ວອັດຮົ້ວເຮືອນໄວ້)

ພ້ອມກ່າວວ່າ:
ຂ້າພະເຈົ້າ ຂໍໃຫ້ລົດຄັນນີ້ ປາສະຈາກ ອຸປະຕິເຫດ, ສັດຕູໝູ່ມານຢ່າໄດ້ພານມາໃກ້, ຂີ້ລັກງັດແງະໃຫ້ເວັ້ນລົດຄັນນີ້, ອັນໃດບໍດີບໍງາມ ຫຼື ລົດມີເຈົ້າເກົ່ານຳ ກໍຂໍໃຫ້ຂາດ ແລະ ໄໝ້ໄປນຳໄຟດ້ວຍ!
ແຕ່ນີ້ໄປ ຂໍໃຫ້ເປັນລົດໂຊກລົດໄຊ ບໍໃຫ້ໄປດາດໄປຕໍາວັດຖຸສິ່ງຂອງ, ສັດສາວາສິ່ງ, ຜູ້ຄົນ ແລະ ບໍໃຫ້ຜູ້ຄົນ, ສັດສາວາສິ່ງ, ວັດຖຸສິ່ງຂອງມາດາດມາຕໍາລົດລາງຄັນນີ້ດ້ວນເຖີດ…! ສາທຸ ສາທຸ ສາທຸ

ຈາກ: Seng Svsv/ ຂຸນແຜນໂພນທັນ