ເປີດໂຊກ ດູດເງິນເຂົ້າມາບັນຊີ ເຂົ້າເຮືອນ ແຕ່ງຂັນ 5 ໃສ່ເຂົ້າຈ້າວ+ເຂົ້າໜ້ຽວ

ເປີດໂຊກ ດູດເງິນເຂົ້າມາບັນຊີ ເຂົ້າເຮືອນ ແຕ່ງຂັນ 5 ໃສ່ເຂົ້າຈ້າວ+ເຂົ້າໜ້ຽວ

February 16, 2023 Off By FC

ເກີດເປັນຄົນເກັ່ງ ຕ້ອງບວກເຮັງ (+ເຮັງ) ໃຫ້ໄດ້..!

ເຄັດລັບງ່າຍໃນການ ເປີດໂຊກ+ເປີດໄຊ, ດູດເງິນເຂົ້າມາບັນຊີ ເຂົ້າເຮືອນ ເຂົ້າກະເປົາເງິນ ແຕ່ງຂັນ 5 ໃສ່ເຂົ້າຈ້າວ+ເຂົ້າໜ້ຽວ ແລະ ເງິນຕາມກຳລັງປັດໃຈທີ່ມີ.
(ເຂົ້າຈ້າວ ເງິນຄຳກຳແກ້ວ ໃຫ້ຈ້າວໆ ເຂົ້າມາ ແລະ ໃຫ້ໜ້ຽວແໜ້ນຄືເຂົ້າໜ້ຽວ, ເງິນຄຳໄຫຼເຂົ້າບໍຂາດສາຍ, ເຂົ້າຫຼາຍອອກໜ່ອຍ)

ແລ້ວອະທິຖານສິ່ງທີ່ຢາກໄດ້ ແລ້ວວ່າງໄວ້ຕູ້ເຊບ, ກະເປົາເງິນ, ບັນຊີເງິນຝາກ ແລະ ສິ່ງເກັບເງິນອື່ນ
ໃນມື້ ຫົກຄໍ່າ ຂຶ້ນ/ແຮມ ຂອງທຸກປີ ຊຶ່ງມີຄວາມໝາຍວ່າ: ລົງສະເພົາໄປຄ້າ.

ຊຶ່ງເປັນໜຶ່ງໃນມື້ມຸງຄຸນ ກ່ຽວກັບ ສະເໜ່ໃນການຄ້າຂາຍ, ເຮັດທຸລະກິດ, ເປີດກິດຈະການ ຫ້າງ-ຮ້ານ, ການທ້ອນເງິນທອງ-ເກັບເງິນທອງ, ດຳເນິນວຽກງານແລ້ວນຳມາຊຶ່ງ ແກ້ວ ແຫວນ ເງິນ ທອງ, ຕໍາແໜ່ງເລື່ອນ-ເງິນເດືອນຂຶ້ນ.!

ຈາກ: Seng Svsv/ ຂຸນແຜນໂພນທັນ