
ຄ້າຍຄຸມຂັງໂພນຕ້ອງ ອະໄພຜ່ອນໂທດ 42 ຄົນ ກັບບ້ານ-ກັບໃຈເດີ້
February 10, 2023ກັບບ້ານ-ກັບໃຈ ໃຫ້ອະໄພ ສູ່ອ້ອມກອດຄອບຄົວເດີ່ ຄ້າຍຄຸມຂັງໂພນຕ້ອງ ອະໄພຜ່ອນໂທດ 42 ຄົນ
ຄ້າຍຄຸມໂພນຕ້ອງ ກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ຈັດພິທີປະກາດອະໄພຍະໂທດຫຼຸດຜ່ອນໂທດ ປະຈຳປີ 2022, ໂດຍການເຂົ້າຮ່ວມຂອງ ພັອ ໄຊຍະວົງ ແກ້ວສຸລິວົງ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ຫົວໜ້າຄ້າຍຄຸມຂັງໂພນຕ້ອງ, ມີບັນດາພະນັກງານທີ່ກ່ຽວຂ້ອງ ແລະ ຜູ້ທີ່ໄດ້ຮັບການອະໄພຍະໂທດຫຼຸດຜ່ອນໂທດ ເຂົ້າຮ່ວມ ໃນວັນທີ 8 ກຸມພາ 2023.
ພັທ ອະນົງຄານ ຈິດຕະວົງ ຮອງຫົວໜ້າຄ້າຍຄຸມຂັງໂພນຕ້ອງ ໄດ້ກ່າວຈຸດປະສົງວ່າ:
ການໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ໃຫ້ນັກໂທດຄັ້ງນີ້ ແມ່ນການປະຕິບັດນະໂນບາຍມະນຸດສະທໍາດ້ວຍການຫຼຸດຜ່ອນໂທດ ໂດຍປະທານປະເທດ ທີ່ໄດ້ກຳນົດໄວ້ໃນໝວດທີ VI ມາດຕາ 67 ຂໍ້ 12 ຂອງລັດຖະທຳມະນູນແຫ່ງ ສປປ ລາວ ສະບັບເລກທີ 63/ສພຊ, ລົງວັນທີ 8 ທັນວາ 2015 ກ່ຽວກັບ ການຕົກລົງໃຫ້ອະໄພຍະໂທດ ຕາມການສະເໜີຂອງລັດຖະບານ ແລະ ອີງຕາມລັດຖະດໍາລັດຂອງ ປະທານປະເທດ ສະບັບເລກທີ 206/ປປທ ລົງວັນທີ 30 ພະຈິກ 2022 ວ່າດ້ວຍ ການໃຫ້ອະໄພຍະໂທດໃຫ້ນັກໂທດທີ່ມີຄວາມກ້າວໜ້າ ໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2022 ຄົບຮອບ 47 ປີ.
ໃນນີ້, ຄ້າຍຄຸມຂັງໂພນຕ້ອງ ມີນັກໂທດທີ່ໄດ້ຮັບອະໄພຍະໂທດຫຼຸດຜ່ອນໂທດ ຈໍານວນ 42 ຄົນ ຍິງ 4 ຄົນ, ຄົນຕ່າງປະເທດ 14 ຄົນ ຍິງ 4 ຄົນ, ມອບໃບຢັ້ງຢືນຫຼຸດຜ່ອນໂທດ ໂດຍ ພັອ ໄຊຍະວົງ ແກ້ວສຸລິວົງ.
ໂອກາດນີ້, ທ່ານຮອງຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ ຫົວໜ້າຄ້າຍຄຸມຂັງໂພນຕ້ອງ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ການອະໄພຍະໂທດຫຼຸດຜ່ອນໂທດ ກໍຄື ຜູ້ທີ່ຍັງບໍ່ທັນໄດ້ຮັບການອະໄພຍະໂທດ ຈົ່ງເປັນເຈົ້າການປະຕິບັດລະບຽບການຕ່າງໆຂອງກົມ ກໍຄື ຂອງຄ້າຍວາງອອກໃຫ້ເຂັ້ມງວດ ເຊັ່ນ:
ການເຄົາລົບເຈົ້າໜ້າທີ່, ບໍ່ນໍາເອົາສິ່ງຜິດລະບຽບກົດໝາຍເຂົ້າຄ້າຍ ເປັນຕົ້ນແມ່ນ ສິ່ງເສບຕິດທຸກປະເພດ, ເຫຼົ້າ, ໂທລະສັບ, ທາດລະເບີດ, ທາດແຕກ, ການຫຼິ້ນການພະນັນທຸກຮູບແບບ ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການອອກແຮງງານ, ທໍາການຜະລິດຂອງຄ້າຍ ເພື່ອແກ້ໄຂຊີວິດການເປັນຢູ່ ແລະ ສ້າງລາຍຮັບເຂົ້າຄ້າຍ ປະກອບສ່ວນເຂົ້າໃນການພັດທະນາຄ້າຍ.