
ໃຜຢາກລວຍ ຕ້ອງລາອອກ ແມ່ນແທ້ບໍ່ ? ອ່ານເບິ່ງດຸ
February 10, 2023ບົດຮຽນຈາກ ອິຊິຕັນ ທີ່ໂພສເລົ່າໄວ້ວ່າ ຢາກລວຍຕ້ອງລາອອກ ແຕ່ກ່ອນຈະລາອອກ ອ່ານນີ້ໃຫ້ຈົບກ່ອນ ຂ້ອຍເລີ່ມເຮັດວຽກຕັ້ງແຕ່ຕອນອາຍຸ 17 ປີ ຕໍາແໜ່ງທໍາອິດຄື “ພະນັກງານແບກເຄື່ອງ ເງິນເດືອນ 700 ບາດ” ເຮັດທຸກຢ່າງໃຜໃຊ້ໃຫ້ໄປຊ່ວຍຫຍັງກໍອາສາໄປຊ່ວຍໂລດ
ທັດສະນະຄະຕິແບບນີ້ ບໍ່ແມ່ນພຽງ ເຮັດວຽກ ແຕ່ເຮັດໃຫ້ຂ້ອຍໄດ້ຮູ້ວິທີຄິດ ຮູ້ວິທີຕັດສິນໃຈຂອງທຸກຕໍາແໜ່ງທີ່ສໍາຄັນ 5 ປີ ຜ່ານໄປ ຂ້ອຍໝັ້ນໃຈວ່າ ຖ້າຂ້ອຍໄປສ້າງທຸລະກິດເປັນຂອງຕົນເອງ ຈະມີວິທີແກ້ໂຈດຍາກໆ ແບບທີ່ຫົວໜ້າ ຫຼື ຜູ້ບໍລິຫານເຂົາໃຊ້ຕັດສິນໃຈ ຂ້ອຍຈຶ່ງລາອອກ
ສິ່ງສໍາຄັນໃນການເຮັດທຸລະກິດສ່ວນໂຕ ຄືຕ້ອງມີບົດຮຽນ ມີປະສົບການເຮັດວຽກ ຜ່ານການພິສູດຕົນເອງ ຖ້າເຈົ້າຍັງເຮັດວຽກບໍລິສັດ ຍັງບໍ່ປະສົບຜົນສໍາເລັດ ບໍ່ກ້າວໜ້າ ງານທີ່ເຮັດຍັງຄືເກົ່າ ຕໍາແໜ່ງເດີມ
ເຈົ້າອາດຈະໄປບໍ່ລອດ ຍິ່ງຍຸກສະໄໝນີ້ ຍິ່ງຕ້ອງຄິດດີໆ ຖ້າເຈົ້າຢາກປະສົບຜົນສໍາເລັດສູງສຸດ ຢາກຈະລວຍເປັນເສດຖີ
ນັບຕັ້ງແຕ່ມື້ນີ້ເລີຍ ກ້າປ່ຽນແປງ ລອງເຮັດສິ່ງໃໝ່ໆ ແລ້ວເຝິກຈົນເກັ່ງ ແມ່ນຫຍັງທີ່ຄົນອື່ນບອກວ່າເຮັດບໍ່ໄດ້ ຕ້ອງເຮັດຈົນໄດ້ ແລ້ວປ່ຽນໂຈດເຮັດວຽກທີ່ສໍາຄັນຂຶ້ນເລື້ອຍໆ
ມື້ໜຶ່ງເຈົ້າຈະພ້ອມລາອອກມາເຮັດທຸລະກິດເປັນເຈົ້ານາຍຕົນເອງ ສ່ຽງກວ່າພະນັກງານປະຈໍາແນ່ນອນ ແຕ່ມີໂອກາດລວຍກວ່າ
ແຕ່ທັງນີ້ ຊີວິດຄົນເຮົາ ມີວາດສະນາ, ສັງຄົມ, ໂອກາດ ທີ່ແຕກຕ່າງກັນ ແລ້ວແຕ່ໃຜຈະໂຊກດີ ມີໂອກາດ ແລະ ເຕັມທີ່ກັບມັນ …