10 ສິ່ງ ທີ່ຄວນເຮັດກ່ອນນອນ ອ່ານເລີຍ

10 ສິ່ງ ທີ່ຄວນເຮັດກ່ອນນອນ ອ່ານເລີຍ

February 9, 2023 Off By FC

10 ສິ່ງ ທີ່ຄວນເຮັດກ່ອນນອນ
1 ເຮັດຄວາມສະອາດຊ່ອງປາກ ການເຮັດຄວາມສະອາດຊ່ອງປາກ ບໍ່ແມ່ນພຽງການຖູຟັນຢ່າງດຽວ ແຕ່ລວມໄປເຖິງການໃຊ້ໄຫມຂັດຟັນ ເພື່ອກໍາຈັດເສດອາຫານ ທີ່ຕິດຢູ່ໃນຊອກຟັນ ເຊິ່ງນອກຈາກຈະເຮັດໃຫ້ແຂ້ມແມງແລ້ວ ຍັງເຮັດໃຫ້ເຮົານອນຫລັບສະບາຍນໍາ


2 ອາບນໍ້າ ເລື່ອງນີ້ເບິ່ງຄືເປັນເລື່ອງປົກກະຕິ ທີ່ສ່ວນໃຫຍ່ຫລາຍຄົນຫນ້າຈະເຮັດຢູ່ແລ້ວ ແຕ່ຢາກບອກວ່າເປັນສິ່ງສໍາຄັນສໍາລັບເຮົາຫລາຍ ໂດຍສະເພາະຍາມອາກາດຮ້ອນ ການອາບນໍ້າ ກ່ອນນອຈະເຮັດໃຫ້ເຮົາຮູ້ສຶກຜ່ອນຄາຍ ແລະ ສະບາຍໂຕ
3 ໃສ່ຊຸດທີ່ເຮົານອນຫລັບສະບາຍ ຖ້າເປັນໄປໄດ້ເວລານອນ ເຮົາຄວນໃສ່ຊຸດນອນທີ່ສະບາຍໂຕທີ່ສຸດ ຢ່າໃສ່ຊຸດນອນທີ່ຮູ້ສຶກອຶດອັດ ການໃສ່ຊຸດນອນທີ່ເຫມາະສົມຈະເປັນອີກປັດໄຈ ທີ່ເຮັດໃຫ້ເຮົານອນຫລັບສະນິດ


4 ປິດໄຟ ຫລື ໃຫ້ມີແສງສະຫວ່າງນ້ອຍທີ່ສຸດ ຈະເຮັດໃຫ້ເຮົານອນຫລັບສະນິດເມື່ອຢູ່ໃນຫ້ອງມືດສະນິດບໍ່ມີແສງ ຫລື ຖ້າຢາກຈະມີແສງກໍເປັນແສງສະລົວໆ ຢ່າເປັນແສງຈ້າ ເພາະຈະເຮັດໃຫ້ເຮົານອນຫລັບຢາກ
5 ຕັ້ງໂມງປຸກໄວ້ ໃນກໍລະນີທີ່ເຮົາຕ້ອງນອນຕື່ນຕອນເຊົ້າໃຫ້ທັນເວລາ ເຮົາຕ້ອງຕັ້ງໂມງປຸກໄວ້ ບໍ່ຊັ້ນເຮົາອາດນອນເພີນລືມຕື່ນ ຕື່ນສວາຍ ຕັ້ງໂມງປຸກໄວ້ຈະເຮັດໃຫ້ເຮົາຫາຍກັງວົນວ່າຈະຕື່ນທັນຫລືບໍ່ທັນ?


6 ອ່ານຫນັງສື ຫລື ຟັງເພງຄ່ອຍໆ ເລືອກຫນັງສືທີ່ອ່ານແລ້ວບໍ່ຕື່ນເຕັ້ນຫລາຍກ່ອນນອນ ການອ່ານ
ຫນັງສື ຈະເຮັດໃຫ້ເຮົາງ້ວງນອນ ຫລື ຖ້າຟັງເພງ ຄ່ອຍໆ ຊຶ້ງໆ ກໍຈະເຮັດໃຫ້ເຮົາຫິວນອນ ຫລັບງ່າຍເຊັ່ນກັນ
7 ເຝິກຫາຍໃຈ ຫລື ນັ່ງສະມາທິ ການເຝິກຫາຍໃຈ ຈະເຮັດໃ້ຮ່າງກາຍເຮົາສະຫງົບ ຫລື ຈະນັ່ງສະມາທິເລີຍກໍໄດ້ ຈະຊ່ວຍໃຫ້ເຮົາບໍ່ຄິດຫຍັງຫລາຍ ຜ່ອນຄາຍ ແລະ ຫລັບງ່າຍ


8 ຂຽນດາຍອາລີ ບັນທຶກປະຈໍາວັນ ກ່ອນນອນເຮົາອາດຈະຂຽນ ໄດອາລີເຖິງເດການທີເຮົາເຈິໃນມື້ນັ້ນໆ ຫລື ຈະຂຽນຂອບໃຈ ສິ່ງດີດີທີ່ເກີດຂຶ້ນໃນມື້ນັ້ນໆ ໄ້ມາອ່ານຄືນ
9 ຕັ້ງອຸນຫະພູມໃຫ້ເຫມາະສົມ ກັບການນອນຂອງເຮົາ ຢ່າໃຫ້ມັນຮ້ອນ ຫຼື ໜາວຈົນເກີນໄປ ເພາະຈະເຮັດໃຫ້ເຮົານອນຫຼັບໄປບໍ່ສະນິດເນື່ອງຈາກເຮົາບໍ່ສະບາຍໂຕ

10 ບໍ່ຄວນຫຼິ້ນອຸປະກອນເຄື່ອງໄຟຟ້າກ່ອນນອນ ກ່ອນນອນຢ່າງໜ່້ອຍ 30 ນາທີ ຄວນເລີກເລັ່ນໂທລະສັບມືຖື ແທັບເລັດ ຄອມພິວເຕີ ຫຼື ເບິ່ງໂທລະພາບ ເພາະອຸປະກອນເຫຼົ່ານີ້ ສົ່ງແສງສີຟ້າມາຍັງຕາຂອງເຮົາ ບາງເທື່ອໄປອາດພົບເລື່ອງລາວທີ່ບໍ່ສະບາຍໃຈ ແລະ ກໍຈະຫຼັບຍາກອີກ
ໃຜທີ່ມີບັນຫານອນ ບໍ່ຫຼັບ ນອນບໍ່ພໍ ລອງແບບນີ້ເບິ່ງເດີ້ ຕາມ 10 ຂ້າງເທິງ ເພື່ອການນອນຫຼັບສະນິດ ພັກຜ່ອນເຕັມທີ່ຂອງເຮົານັ້ນເອງ