ທາງລົດໄຟລາວຈີນ ພາໃຫ້ພົບຮັກແທ້ ຍິນດີນໍາ ຄູ່ຮັກ ທາງລົດໄຟລາວ-ຈີນ ເຊື່ອມໂຍງສາຍໃຈຄົນສອງຄົນ

ທາງລົດໄຟລາວຈີນ ພາໃຫ້ພົບຮັກແທ້ ຍິນດີນໍາ ຄູ່ຮັກ ທາງລົດໄຟລາວ-ຈີນ ເຊື່ອມໂຍງສາຍໃຈຄົນສອງຄົນ

February 8, 2023 Off By FC

ທາງລົດໄຟລາວ-ຈີນ ນອກຈາກຈະເປັນເສັ້ນທາງເຊື່ອມໂຍງສາຍໄຍມິດຕະພາບລາວ-ຈີນແລ້ວ, ຍັງເປັນເສັ້ນທາງເຊື່ອມໂຍງສາຍໃຈໃຫ້ຄົນສອງຄົນໃຫ້ກາຍເປັນຄູ່ຮັກກັນ, ຄືດັ່ງ ນາງ ຄຳພຸດ ແລະ ທ້າວ ນໍລິນ ທີ່ເປັນພະນັັກງານດີເດັ່ນຂອງທາງລົດໄຟ, ຫຼັງຈາກທີ່ໄດ້ມາເຮັດວຽກຢູ່ທາງລົດໄຟ ກໍເຮັດໃຫ້ທັງສອງຄົນໄດ້ມາຮູ້ຈັກກັນ ແລະ ເກີດເປັນຄວາມຮັກທີ່ແສນງົດງາມ, ຫຼັງຈາກທີ່ໄດ້ຄົບຫາກັນມາໄລຍະໜຶ່ງທັງສອງກໍໄດ້ຈັບມືກັນເຂົ້າປະຕູວິວາໃນວັນທີ 3 ກຸມພາ ນີ້.


ທັງສອງເປັນພະນັກງານຝຶກອົບຮົບຊຸດທຳອິດຂອງທາງລົດໄຟ ແລະ ໄດ້ຮູ້ຈັກກັນມາຕັ້ງແຕ່ໄລຍະເປັນສໍາມະນາກອນຝຶກອົບຮົມເປັນຕົ້ນມາ, ເລີ່ມຕົ້ນຈາກການເປັນໝູ່ ຈົນກາຍເປັນຄົນຮັກ ນໍລິນໄດ້ກ່າວວ່າ “ດີໃຈຫຼາຍທີ່ໄດ້ມີໂອກາດມາເຮັດວຽກຢູ່ທາງລົດໄຟ, ນອກຈາກຈະເຮັດໃຫ້ຕົນມີໜ້າທີ່ການງານທີ່ໝັ້ນຄົງ, ໄດ້ຮັບຄວາມຮູ້ດ້ານເຕັກນິກວີຊາການກ່ຽວກັບທາງລົດໄຟ ຍັງເຮັດໃຫ້ໄດ້ພົບຮັກກັບຄົນຮັກຂອງຕົນ”.


ຫຼັງຈາກສໍາເລັດການຝຶກອົບຮົມສໍາມະນາກອນທຸກຄົນກໍຖືກຊັບຊ້ອນເຂົ້າຕຳແໜ່ງໜ້າທີ່ຂອງຕົນ, ເຊິ່ງຄໍາພຸດແມ່ນເປັນພະນັກງານປະຈຳຢູ່ສະຖານີເມືອງໄຊ, ສ່ວນນໍລິນແມ່ນເປັນພະນັກງານຄວບຄຸມການເດີນລົດຢູ່ສະຖານີໂພນໂຮງກ່ອນຈະຖືກຍ້າຍໄປປະຈຳຢູ່ສະຖານີບໍ່ເຕ່ນ, ເຊິ່ງການເຮັດວຽກຄົນລະບ່ອນ, ກໍບໍ່ໄດ້ເປັນອຸປະສັກໃຫ້ແກ່ທັງສອງຄົນເລີຍ ເນື່ອງຈາກສາມາດຂີ່ລົດໄຟໄປມາຫາກັນ “ພວກເຮົາສາມາດຂີ່ລົດໄຟໄປມາຫາສູ່ກັນ, ປະຫຍັດເວລາ, ປອດໄພ ແລະ ສະດວກສະບາຍ” ຄຳພຸດກ່າວ.


ທັງສອງຍັງໄດ້ກ່າວອີກວ່າ ຮູ້ສຶກປະທັບໃຈ ແລະ ດີໃຈທີ່ໄດ້ມາເຮັດວຽກຢູ່ທາງລົດໄຟ, ຜ່ານມາທັງສອງແມ່ນເຄີຍເຮັດວຽກມາຫຼາຍບ່ອນ ກ່ອນທີ່ຈະມາຕັ້ງຫຼັກປັກຖານເປັນຄອບຄົວດຽວກັນກັບທາງລົດໄຟ, ທັງສອງເປັນພະນັກງານລາວຊຸດທຳອິດຂອງທາງລົດໄຟ ຜ່ານການຝຶກອົບຮົມ, ຮຽນຮູ້ດ້ານວິຊາສະເພາະຈາກຄູອາຈານທີ່ມາຈາກຈີນ ແລະ ຜ່ານການເຮັດວຽກປະຕິບັດຕົວຈິງມາເປັນເວລາ 1 ປີກວ່າ ກໍເຮັດໃຫ້ທັງສອງກາຍເປັນພະນັກງານທີ່ດີເດັ່ນ ແລະ ມີຄວາມກ້າວໜ້າຂອງທາງລົດໄຟ. ຄຳພູດໄດ້ກ່າວວ່າ “ທາງລົດໄຟລາວ-ຈີນ ເປັນໂຄງການຮ່ວມມືລະຫວ່າງພັກ-ລັດສອງຊາດລາວ-ຈີນ, ເປັນໂຄງການໃຫຍ່ລະດັບປະເທດ, ດີໃຈທີ່ໄດ້ມາເຮັດໜ້າທີ່ເປັນພະນັກງານສະຖານີລົດໄຟ ການໄດ້ໃຫ້ບໍລິການ ແລະ ຊ່ວຍເຫຼືອຜູ້ໂດຍສານທຸກຄົນ ເຮັດໃຫ້ຮູ້ສຶກພູມໃຈແລະດີໃຈ,


ນອກນີ້, ປະສົບການທີ່ໄດ້ຈາກບ່ອນເຮັດວຽກ ແລະ ການຊ່ວຍເຫຼືອ, ຄວາມສາມັກຄີເຊິ່ງກັນແລະກັນຂອງພະນັກງານລົດໄຟ ແລະ ຄູອາຈານທຸກຄົນ ກໍເປັນສິ່ງທີ່ຫາຈາກບ່ອນອື່ນບໍ່ໄດ້”.
ສ່ວນນໍລິນແມ່ນເຄີຍຮຽນຢູ່ມະຫາໄລເລີ້ຊານ, ສາຍການຄ້າສາກົນ ຢູ່ ສປ ຈີນ ປີ 2014 ແລະ ຈົບ ປີ 2017, ຫຼັງຈາກທີ່ຮຽນຈົບແລ້ວກໍມາເຮັດວຽກເປັນນາຍແປພາສາຢູ່ບໍລິສັດແຫ່ງໜຶ່ງເປັນເວລາ 3 ປີ ຫຼັງຈາກໄດ້ຍິນຂ່າວວ່າບໍລິສັດທາງລົດໄຟຮັບສະໝັກພະນັກງານກໍມາສະໜັກຢູ່ທາງລົດໄຟທັນທີ,


ຫຼັງຈາກໄດ້ເຂົ້າມາແລ້ວກໍໄປຮຽນຢູ່ມະຫາໄລຂົງຈື້ 1 ປີ, ໃນເດືອນ ມັງກອນ ປິ 2022 ໄປເປັນພະນັກງານຜູ້ຄຸມ ແລະ ຮັບຜິດຊອບບັນຊາລົດຢູ່ສະຖານີບໍ່ເຕ່ນ, ຫຼັງຈາກນັ້ນກໍຖືກເລືອກໃຫ້ເປັນພະນັກງານດີເດັ່ນໄດ້ຮັບໂອກາດໃຫ້ໄປຝຶກອົບຮົມຢູ່ປັກກິ່ງ ສປ ຈີນ. “ພວກເຮົາແມ່ນພະນັກງານຊຸດທຳອິດຂອງທາງລົດໄຟ, ຂ້າພະເຈົ້າຄິດວ່າຄົນເຮົາຕ້ອງຕັ້ງໃຈສຶກສາຮ່ຳຮຽນຫຼາຍໆຈິ່ງຈະມີຄວາມກ້າວໜ້າ”, ນອກຈາກຈະເຮັດວຽກກ່ຽວກັບການຄວບຄຸມ ແລະ ບັນຊາລົດແລ້ວ, ນໍລິນຍັງໄດ້ຮຽນຮູ້ກ່ຽວກັບວຽກພື້ນຖານໂຄງລ່າງອື່ນໆຂອງທາງລົດໄຟ, “ຫຼັງຈາກທີ່ໄດ້ມາເຮັດວຽກຢູ່ທາງລົດໄຟແລ້ວ,


ເຮັດໃຫ້ຂ້າພະເຈົ້າເຫັນວ່າທາງລົດໄຟໄດ້ຊ່ວຍພັດທະນາປະເທດລາວຢ່າງຫຼວງຫຼາຍ, ແຕ່ກ່ອນຕ້ອງໄດ້ເສຍເວລານັ່ງລົດເກືອບມື້ຈິ່ງຈະສາມາດເດີນທາງຈາກນະຄອນຫຼວງວຽງຈັນມາຮອດບໍ່ເຕ່ນ, ປະຈຸບັນໃຊ້ເວລາບໍ່ຮອດ 4 ຊົ່ວໂມງກໍຮອດແລ້ວ, ການທີ່ໄດ້ມາເຮັດວຽກຢູ່ທາງລົດໄຟຈິ່ງເຮັດໃຫ້ຂ້າພະເຈົ້າຮູ້ສຶກພາກພູມໃຈຫຼາຍ ຄອບຄົວຂອງຂ້າພະເຈົ້າເອງກໍເຊັ່ນດຽວກັນ” ນໍລິນກ່າວ.
ນໍລິນຍັງໄດ້ກ່າວຕື່ມວ່າ “ທາງລົດໄຟລາວ-ຈີນ ບໍ່ພຽງແຕ່ເຮັດໃຫ້ຂ້າພະເຈົ້າມີວຽກເຮັດງານທຳທີ່ໝັ້ນຄົງ, ຍັງເຮັດໃຫ້ຂ້າພະເຈົ້າາພົບກັບຄົນຮັກ ແລະ ມີຄອບຄົວທີ່ອົບອຸ່ນ, ການໄດ້ເປັນສ່ວນໜຶ່ງຂອງຄອບຄົວທາງລົດໄຟໃນປີ 2020 ເຮັດໃຫ້ຂ້າພະເຈົ້າໄດ້ເລີ່ມຮູ້ຈັກກັບຄົນຮັກຂອງຂ້າພະເຈົ້າ ແລະ ຈົນໄດ້ແຕ່ງງານກັນ. ຜ່ານການຕັ້ງໃຈສືກສາຮ່ຳຮຽນ ລາວກໍໄດ້ກາຍມາເປັນພະນັກງານສະຖານີລົດໄຟ, ເຖິງວ່າຕອນນີ້ຈະບໍ່ໄດ້ເຮັດວຽກຢູ່ບ່ອນດຽວກັນ,


ແຕ່ຫາກມີເວລາພວກເຮົາກໍຈະຂີ່ລົດໄຟໄປມາຫາກັນ, ຈາກບໍ່ເຕ່ນມາເມືອງໄຊກໍໃຊ້ເວລາພຽງແຕ່ປະມານເຄິ່ງຊົ່ວໂມງ, ຖ້າແມ່ນແຕ່ກ່ອນແມ່ນເປັນໄປບໍ່ໄດ້ເລີຍທີ່ຈະເດີນທາງຮອດໄວຂະໜາດນີ້, ແຕ່ກ່ອນຢູ່ເຂດພາກເໜືອທາງກໍບໍ່ດີ, ຖ້າຈະເດີນທາງຈາກບໍ່ເຕ່ນ-ເມືອງໄຊຕ້ອງໃຊ້ເວລາເກືອບເປັນ 4-5 ຊົ່ວໂມງ, ແຖມຖະໜົນຫົນທາງຍັງຄົດລ້ຽວ ແລະ ມີຂຸມຫຼາຍ, ຫຼັງຈາກທີ່ໄດ້ນັ່ງລົດໄຟໄປມາຫາກັນຫຼາຍເທື່ອ, ຄວາມຮັກຂອງພວກເຮົາກໍນັບມື້ນັບເພີ່ມຂຶ້ນ, ຈົນໃນທີ່ສຸດພວກເຮົາກໍໄດ້ແຕ່ງງານກັນ ຕ້ອງຂໍຂອບໃຈທາງລົດໄຟລາວ-ຈີນ ທີ່ເຮັດໃຫ້ພວກເຮົາໄດ້ພົບກັນ ແລະ ເຮັດໃຫ້ພວກເຮົາມີອະນາຄົດທີ່ສົດໃສຮ່ວມກັນ”.