
ຄວາມຊື່ສັດມັນຄວນຈະເປັນ ພື້ນຖານສຳຄັນຫລັກໆຂອງການມີຄວາມຮັກ ຖ້າຖືກທຳລາຍລົງ ມັນຈະບໍ່ມີທາງຄືເກົ່າອີກ ແມ່ນບໍ່ ?
February 8, 2023ຄວາມຊື່ສັດໃນຄວາມສຳພັນມັນຄວນຈະເປັນ ພື້ນຖານທີ່ສຳຄັນຫລັກໆຂອງການມີຄວາມຮັກ ຢ່າໃຫ້ຝ່າຍໃດຝ່າຍໜຶ່ງຕ້ອງມາຮ້ອງຂໍ ຫລື ບັງຄັບໃຫ້ຕ່າງຝ່າຍ ຕ່າງຕ້ອງມາຊື່ສັດນຳຢູ່ຕະຫລອດ
ຖ້າເຮົາຮັກກັນຫລາຍພໍ, ມັນຈະບໍ່ມີໃຜ ຢາກທຳລາຍຄວາມໄວ້ໃຈຂອງອີກຄົນລົງດອກ ແລະ ບໍ່ແມ່ນວ່າການອົດທົນຊື່ສັດຕໍ່ກັນນັ້ນ ມັນຈະສາມາດນຳໄປຫັກລ້າງເວລາທີ່ຢາກນອກໃຈກັນໄດ້ໄດ໋
ເພາະວ່າຄວາມໄວ້ໃຈນັ້ນ, ມັນເປັນເລື່ອງຂອງຄວາມຮູ້ສຶກ ທີ່ໂຄດຈະລະອຽດອ່ອນ
ຖ້າຫາກມັນຖືກທຳລາຍລົງມັນຈະບໍ່ມີທາງຄືເກົ່າອີກ
ສະນັ້ນແລ້ວ, ການຮັກໃຜດ້ວຍຄວາມຈິງໃຈ, ດ້ວຍເຈດຕະນາທີ່ດີຕໍ່ເຂົາ ແລະ ບໍ່ເອົາປຽບເຂົານັ້ນ ຖືເປັນສິ່ງທີ່ສວຍງາມແລ້ວສຳລັບຄວາມຮັກ
jarnwarng