
ແຊເກັບໄວ້ ພິທີຍົກເສົາແຮກ-ເສົາຂວັນຕັ້ງເຮືອນໃໝ່ ຄວາມເຊື່ອຂອງແຕ່ລະທ້ອງຖິ່ນ
November 4, 2022ພິທີຍົກເສົາແຮກ-ເສົາຂວັນຕັ້ງເຮືອນໃໝ່ (ເອົາລົງໄວ້ເພື່ອມື້ຫນ້າໄດ້ເປັນຫມໍພອນ)
ປະກອບມີເຄື່ອງຂອງຫລາຍຢ່າງ
1 ໄຊໂຊກ 1 ໜ່ວຍ
2 ຕົ້ນໝາກເບັງ 3 ຄູ່
3 ຍອດກ້ວຍ ຍອດອ້ອຍ ໃບຍົມ ໃບຍໍ ໃບຄູນ ໃບເງິນ ໃບຄຳ
4 ພາມຸງຄຸນ 1 ພາ ເຂົ້າເປືອກ ເຂົ້າສານ ແຮ່ ຊາຍຢ່າງລະຈອກ ບ້າງໃສ່ພາມຸງຄຸນ 4 ບ້າງໃສ່ເງິນບ້າງລະ 2,000 ກີບ ຂັນນ້ຳມົນ 1 ໂອ ທຽນວຽນຫົວ ຄ່າສອກ ຄ່າຄີງຜູ້ລະເຫຼັ້ມ (1×3)
5 ກະໂທງ 9 ຫ້ອງ 1 ກະໂທງ 3 ແຈ 4 ອັນ
6 ຝ້າຍກະອ້ອມຈອດບໍລິເວນເຮືອນ 1 ກໍ້
7 ຂັນ 5 ໜຶ່ງຂັນ
8 ບ້າງຖວາຍພຣະ 3 ບ້າງ ໃສ່ປັດໄຈຕາມກຳລັງສັດທາ
9 ພາເຂົ້າ 3 ພາ (ຕາມຈຳນວນພຣະ)
10 ແຜ່ນເງິນ ແຜ່ນທອງ ລູກແກ້ວ ເງິນຫຼຽນ ໄມ້ມຸງຄຸນ ໄຫຂາວ ໄຫເຫຼືອງ(ໃສ່ຕິີນເສົາ)
ສ່ວນເຄື່ອງໃສ່ໃນກະໂທງມີຢ່າງລະ 9
ເຂົ້າດຳ ເຂົ້າແດງ ເຂົ້າເຫລືອງ ຄຳຫມາກ ຫມາກໄມ້ ຄຳພູ ດອກໄມ້ ທຽນຄູ່ ເງິນດຳ ເງິນແດງ ເງິນຂາວ…
(ຕາມປະເພນີ ແລະ ຄວາມເຊື່ອຂອງແຕ່ລະທ້ອງຖິ່ນ ທຸກສິ່ງມີເຫດຜົນ ແລະ ທີ່ມາສະເຫມີ)
ຈາກ Mai Phommachan