
ເກືອບຈະລືມໄປແລ້ວວ່າເຮົາເຄີຍຮັກກັນ ແຕ່ເຈົ້າພັດກັບມາ ກຽມອິນຟິວອົກຫັກກັບຟັງເພງໃໝ່ຂອງ Good GX2
February 6, 2023ເລື່ອນຕິກຕ໊ອກໄປມາ ຟັງເພງໜຶ່ງ ເຊິ່ງຈະເປັນເພງໃໝ່ ຂອງ ໜຸ່ມຄົນນີ້ ກູດ ຈີເອັກທູ ທີ່ກ່ອນໜ້ານີ້ ກໍຫາກໍປ່ອຍເພງໃໝ່ “ໜ້າຮັກເກີນ” ທີ່ຮ້ອງກັບ ເຈມ ຢູໂນໄປແລ້ວ
ຫຼ້າສຸດ ກຽມປ່ອຍອີກເພງທີ່ຍັງບໍ່ມີຊື່ ແຕ່ວ່າດັງທົ່ວ ຕິກຕ໊ອກໄປແລ້ວ ພຽງທ່ອນດຽວ ຕໍາໃຈຄົນອົກຫັກໄປທົ່ວ ໂດຍເນື້ອຮ້ອງປະມານວ່າ ເກືອບລືມໄປແລ້ວວ່າເຮົາເຄີຍຮັກກັນ ໃກ້ຈະລືມໄດ້ແລ້ວ ແຕ່ເຈົ້າພັດກັບມາ
ໃຜເຄີຍຢູ່ໃນສະຖານະການແບບນີ້ ກຽມຈີດກັບເພງໃໝ່ ຂອງເພີ່ນ ເຊິງຈະເປັນເພງຮ້ອງດ່ຽວຫຼືບໍ່ ຫຼື ຮ້ອງກັບໃຜແນວໃດ ຖ້າຕິດຕາມ ແລະ ຄິດຊື່ເພງຊ່ວຍກັນເດີ້ ວ່າຈະເປັນເພງຫຍັງ