ສຸດຍອດ ເປີດປະຕູໃຫ້ລາວ ນ້ອງ ແອນໂຈລິນາ ວົງໄຊຍາ ຄວ້າ ມຸງກຸດ Miss Pre-Teen 2023 ທີ່ ມາເລເຊຍ

ສຸດຍອດ ເປີດປະຕູໃຫ້ລາວ ນ້ອງ ແອນໂຈລິນາ ວົງໄຊຍາ ຄວ້າ ມຸງກຸດ Miss Pre-Teen 2023 ທີ່ ມາເລເຊຍ

February 6, 2023 Off By FC

ບອກເລີຍວ່າລາວເຮົາບໍ່ທໍາມະດາ ຍ່າງທີ່ຕິດຕາມມາຕະຫຼອດ ສໍາລັບ ອີກເວທີປະກວດ ລຸ້ນເຍົາວະຊົນ ທີ່ຕົວແທນປະເທດລາວແມ່ນ ເເອນໂຈລິນາ ວົງໄຊຍາ Miss Teen Global Laos 2023 ອາຍຸ 15ປີ ທີ່ເດີນທາງໄປປະກວດ ໃນວັນທີ 2 ກຸມພາ 2023 ທີ່ປະເທດມາເລເຊຍ


ແລະ ຕ້ອງສະແດງຄວາມດີໃຈ ແລະ ພາກພູມໃຈນໍ ທີ່ນ້ອງ ເເອນໂຈລິນາ ວົງໄຊຍາໄດ້ຮັບລາງວັນຊະນະເລີດການຈາກການປະກວດ Miss Pre-Teen 2023 ກໍຄືເປັນຄົນທີ່ຄວ້າມຸງກຸດ Miss Pre-Teen 2023 ເປີດປະຕູໃຫ້ລາວ ເກັ່ງສຸດຍອດເລີຍ ຍິນດີນໍານ້ອງ, ຄະນະກອງປະກວດ ແລະ ຄົນລາວ ຖືເປັນລາງວັນກັບມາຝາກພວກເຮົາ

.


ເຊິ່ງຍ້ອນກັບໄປໃນຮອບພີລິມ ນ້ອງ ແອນໂຈລິນາ ວົງໄຊຍາ ກໍເຮັດໄດ້ດີ ຕອນໂຊຊຸດປະຈໍາຊາດ ທີ່ຊື່ວ່າຊຸດ ຈໍາປາເມືອງລາວ ຕິດ Top5 ແລະ ຮອບສະແດງຄວາມສາມາດ 37 ນ້ອງ ຕິດ Top10 Miss Pre-Teen 2023 ຢ່າງໜ້າພູມໃຈ

ແລະ ມື້ຕັດສິນ ວັນທີ 5 ກູຸມພາ 2023 ຄວ້າມົງກຸດ Miss Pre-Teen 2023 ຢ່າງໜ້າພູມໃຈ


ສະແດງຄວາມຍິນເດີນຳເດີ! ໄວ້ໄປຕ້ອນຮັບການກັບມາຂອງນ້ອງນໍາກັນເດີ້