
ຢ່າມົວແຕ່ເຮັດວຽກຫາເງິນເພື່ອຄອບຄົວ ເພາະສິ່ງທີ່ຄອບຄົວຕ້ອງການ ອາດແມ່ນການມີຄວາມສຸກນໍາກັນ
February 3, 2023ອີກໜຶ່ງເລື່ອງຊີວິດຂອງຕະຫຼົກທີ່ບໍ່ຕະຫຼົກ ເຫຼືອເຟືອ ຈົກໝົກ ດາລາຕາຫຼົກໄທ ທີ່ໄດ້ເຜີຍເລື່ອງລາວຊີວິດຂອງຕົນເອງ ຫຼາຍເລື່ອງເລີຍ
ບໍ່ວ່າຈະເປັນຊີວິດຮັກ ຄອບຄົວ ເຊິ່ງຕົນ ແລະ ພັນລະຍາ ແຍກທາງກັນ ແຕ່ຍັງເຮັດໜ້າທີ່ພໍ່ແມ່ທີ່ດີໃຫ້ລູກໆ
ເຊິ່ງບາງຕອນບອກໄວ້ ອາດເປັນຄະຕິເຕືອນໃຈຫຼາຍໆຄົນວ່າ ຢ່າມົວແຕ່ເຮັດວຽກຫາເງິນເພື່ອຄອບຄົວ ເພາະສິ່ງທີ່ຄອບຄົວຕ້ອງການ ອາດແມ່ນການມີຄວາມສຸກນໍາກັນ
ໝາຍຄວາມແບບຊັດເຈນວ່າ ບາງຄົນຕັ້ງໃຈຫາເງິນຄຊາສົ່ງຄອບຄົວ ຈົນບໍ່ມີເວລາພັກ ບໍ່ມີເວລາຢູ່ກັບຄອບຄົວ ເພາະບາງຄັ້ງບາງ
ເວລາການໃຊ້ ການມີຄວາມສຸກຮ່ວມກັນມັນດີ ຢ່າເຮັດແຕ່ວຽກ ຈົນລືມມອບຄວາມສຸກໃຫ້ຄອບຄົວເດີ້