ຢາກໃຫ້ໄປສໍາຜັດ ພູຜາມ່ານ (The Rock View Point) ໃຜຍັງບໍ່ເຄີຍໄປແນ່ ?

ຢາກໃຫ້ໄປສໍາຜັດ ພູຜາມ່ານ (The Rock View Point) ໃຜຍັງບໍ່ເຄີຍໄປແນ່ ?

February 1, 2023 Off By FC

ພູຜາມ່ານ (The Rock View Point) ເປັນແຫຼ່ງທ່ອງທ່ຽວ ຕັ້ງຢູ່ເມືອງຄູນຄຳ ແຂວງຄຳມ່ວນ ເປັນແຫຼ່ງທ່ອງທ່ຽວທີ່ມີຄວາມກົມກືນໄປກັບທຳມະຊາດ


.

ມີວິວພູຜາແຫຼມທີ່ຕັ້ງລຽງລາຍສະລັບສະຊ້ອນກັນຢ່າງສວຍສົດງົດງາມ ແລະ ປ່າໄມ້ທີ່ອຸດົມສົມບູນ, ກິດຈະກຳທີ່ເດັ່ນໆໃນ The Rock View Point ກໍ່ຄືການຂີ່ສະລິງ (Ziplines) ຊົມທຳມະຊາດ, ເດີນປ່າ, ພາຍເຮຶອ

.

.

ແລະ ອີກຫຼາຍກິດຈະກຳທີ່ເຮັດໃຫ້ນັກທ່ອງທ່ຽວໄດ້ສຳພາດກັບທຳມະຊາດ ນອກຈາກນັ້ນຍັງມີທີ່ພັກທີ່ໜ້າຕື່ນຕາຕື່ນໃຈເຊັ່ນເຮືອນພັກແບບແຄັບຊູນ ແລະ ເຮືອນພັກຕົ້ນໄມ້ໄວ້ໃຫ້ບໍລິການສຳລັບຜູ້ໄດ້ທີ່ສົນໃຈນອນສຳພັດບັນຍາກາດທຳມະຊາດແບບສຸດໆນຳອີກ.

.

.

ພິກັດ ແລະ ທີ່ຕັ້ງສະຖານທີ່: ເມືອງຄູນຄຳ, ແຂວງຄຳມ່ວນ

.

ໂຮມພາບ