
ຟັງແລ້ວຫຼືຍັງ ເພງນີ້ ຢຸດບໍ່ໄດ້ ແນວ ໝໍລຳ-HipHop ຈາກ ສາລຸນ້າ ແລະ ຖິ່ນລໍາພອນ
January 31, 2023ຖືວ່າເປັນແນວເພງທີ່ຢາກໃຫ້ຟັງ ຈາກ 2 ສາວ 2 ທີ່ປະສົມປະສານແນວເພງ ໝໍລຳ-HipHop ເຂົ້າກັນແບບລົງໂຕ ຜົນງານເພງໃໝ່
ຢຸດບໍ່ໄດ້ ຈາກການປະສານສຽງຂອງSaluna ( Trap queen ) ທີ່ໃຜກໍຮູ້ຈັກໃນວົງການ HipHop ແລະ ກໍໄດ້ສາວ Thinlamphone ທີເຊື່ອ
ວ່າທຸກຄົນຕ້ອງໃຫ້ສາຍາຜູ້ຍິງຄົນນີ້ວ່າ ເຈົ້າແມ່ໝໍລຳຂອງເມືອງລາວແນ່ນອນ ເພາະເຄີຍສ້າງເພງໝໍລຳຫຼາຍໆຜົນງານເພງ ທີເປັນກະແສ ແລະດັງໄກ ໄປຮອດປະເທດເພື່ອນບ້ານມາແລ້ວ.
ເພງ ຢຸດບໍ່ໄດ້ ເປັນຜົນງານເພງລ່າສຸດ ທີທັງ 2 ສາວໄດ້ປ່ອຍ ກໍເປັນກະແສໃຫ້ວົງການເພງລາວ ແລະ ຜົນຕອບຮັບດີເກີນຄາດ ປ່ອຍພາຍໃນ 2 ວັນ ຍອດຜູ້ເຂົ້າຮັບຊົມ 30.000 ປາຍວິວກັນແລ້ວ
ສາມາດເຂົ້າໄປຟັງ ເພງ ຢຸດບໍ່ໄດ້ – Sluna x Thinlamphone ໄດ້ທາງຢູທູບເດີ້