
ແທັກຊວນໝູ່ໄປມ່ວນນໍາກັນ ທີ່ງານ Feb Festival ຊື້ປີ້ໄດ້ແລ້ວມື້ນີ້ ຜ່ານແອັບ Booknea
January 21, 2023ກຽມໂຕກັນຫຼືຍັງສາຍຕີ້ ກັບງານ Feb Festival ປີທີ 4 ຕອນນີ້ຊື້ບັດເຂົ້າງານໄດ້ແລ້ວ ຄື Booknea ຮ່ວມກັບ Feb Festival ຈຳໜ່າຍປີ້ງານ “Feb Festival 4” ທ່ານສາມາດຊື້ປີ້ ໄດ້ແລ້ວ ຮູບແບບ E-TICKET
EARLY BIRD ລາຄາ 99,000 ກີບ/ ປີ້ (ມື້ງານ ວັນທີ່ 11 ກຸມພາ 2023)
ສາມາດຊື້ E-Ticket ຜ່ານແອັບ Booknea ໃຜຍັງບໍ່ມີແອັບສາມາດດາວໂຫຼດໄດ້ທັງ ເພສະຕໍ ແລະ ແອັບສະຕໍ ປະຕິບັດຕາມຂັ້ນຕອນ ກໍໄດ້ປີ້ໄວ້ໄປມ່ວນນໍາກັນແລ້ວ
ພິເສດພົບກັບນັກຮ້ອງ 2 ສາວງາມ ວີວີໂອເລດ ແລະ ສົ້ມ ມາລີ ເຈົ້າຂອງສຽງຮ້ອງທີ່ມີເອກກະລັກ, ມ່ວນທັງ 2 ແລະ ສິນລະປິນອື່ນໆ
ໄປມ່ວນນໍາກັນ ພໍ້ກັນທີ່ງານເດີ້ທຸກຄົນ ທີ່ບຶງທາດຫຼວງ ນະຄອນຫຼວງວຽງຈັນ