
ຢ່າລືມເຮັດສິ່ງນີ້ ເພື່ອເປີດປະຕູແຫ່ງຄວາມຮັ່ງມີ ໃນມື້ເດືອນສາມ ອອກໃໝ່ ສາມຄໍ່າ 24 ມັງກອນ 2023
January 21, 2023ຢ່າລືມ ມື້ວັນອັງຄານ, ວັນທີ່ 24 ມັງກອນ 2023 ທີ່ຈະເຖິງນີ້ເປັນມື້ຂຶ້ນ3ຄ່ຳເດືອນ3 ຕາມປະເພນີແລະຄວາມເຊື່ອຖືຂອງຊາວລາວເຮົາມາແຕ່ບູຮານວ່າເປັນມື້ທີ່ມີຄວາມອີ່ມໜໍາສຳຣານທີ່ສຸດ ເປັນມື້ໄຂປະຕູເລົ້າເຂົ້າ ປະຕູເງິນ ປະຕູຄຳ ປະຕູໂຊກລາບ ປະຕູແຫ່ງຄວາມອຸດົມຮັ່ງມີ ດັ່ງຄຳບູຮານທີ່ກ່າວເຖິງຄວາມມະຫັດສະຈັນໃນຕຳນານຄວາມເຊື່ອຂອງຊາວລາວວ່າເປັນມື້ທີ່
“ກົບບໍ່ມີປາກ ນາກບໍ່ມີຮູທະວານ ໝາກຂາມປ້ອມສຸກຫວານ ແມ່ມານທ້ອງແວບ ຄົກເປັນໝາກ ສາກເປັນໃບ ຫົວສີໄຄເປັນດອກ ກະຮອກປົ່ງເຂົາ ຜັກກະເດົາເຊົາຂົມ” ໂດຍໝາຍມີຄວາມໝາຍດັ່ງນີ້
ກົບບໍ່ມີປາກ : ໝາຍເຖິງກົບບໍ່ໄດ້ກິນອາຫານກໍ່ອີ່ມທິບເພາະມີເຍື່ອບາງໆສີຂາວປິດປາກຢູ່ ຫລື ອີກຄວາມໝາຍແມ່ນປິດສະໜາທັມໃຫ້ຄົນເຮົາຮັກສາສິນຮັກສາກາຍວາຈາໃຈໃຫ້ດີງາມໃນມື້ນີ້.
ນາກບໍ່ມີຮູທະວານ : ໝາຍເຖິງຄວາມອີ່ມໜໍາສຳຣານອຸດົມສົມບູນ ຫລື ອີກຄວາມໝາຍແມ່ນໃຫ້ຄົນເຮົາຮູ້ຈັກອ່ອນນ້ອມຖ່ອມຕົວຮູ້ຈັກສຳຣວມກາຍວາຈາໃຈອ່ອນໂຍນແຕ່ບໍ່ອ່ອນແອຄົງຄວາມສະຖານະຂອງຄວາມເປັນລູກຫລານຜູ້ດີເອົາໄວ້.
ໝາກຂາມປ້ອມສຸກຫວານ ໝາຍເຖິງໝາກໄມ້ທີ່ມີລົດຟາດຈະກັບກາຍມີລົດຫວານໄດ້ຢ່າງອັດສະຈັນປຽບດັ່ງຄົນເຮົາຖ້າມີສິນສະມາທິປັນຍາແລ້ວຈະສາມາດນຳພາຊີວິດເຮົາກ້າວໄປເຖິງສິ່ງທີ່ດີງາມໃນຊີວິດໄດ້ໃນອະນາຄົດ.
ແມ່ມານທ້ອງແວບ ໝາຍເຖິງໃຫ້ຄົນເຮົາຮັກສາບຸກຄະລິກກະພາບວາດຊົງອັນສະຫງ່າງາມຂອງຕົນຢ່າງສະເໝີຕົ້ນສະເໝີປາຍມີຄວາມທຸ່ນທ່ຽງແລະເຂົ້າໃຈແຈ້ງເຖິງສັດຈະທຳຂອງຊີວິດແລະມີການວາງຕົນຢ່າງຖືກຕ້ອງຕາມກາລະເທສະໃນເວລາເຂົ້າສັງຄົມ.
ຄົກເປັນໝາກ ສາກເປັນໃບ ຫົວສີໄຄເປັນດອກ : ໝາຍເຖິງຄຳສອນຂອງເຖົ້າແກ່ບູຮານໃຫ້ຄົນເຮົາຮູ້ຈັກປະກອບສຳມາອາຊີບອັນບໍລິສຸດ ມີຄວາມດຸໝັ່ນຂະຫຍັນພຽນ ປະກອບວຽກງານອັນໃດໃຫ້ເກີດດອກອອກຜົນມີຄວາມສຳເລັດທີ່ດີງາມ.
ກະຮອກປົ່ງເຂົາ : ໝາຍເຖິງໃຫ້ຄົນເຮົາກຳຈັດຄວາມໂງ່ເຂົາດ້ວຍການດຸໝັ່ນສຶກສາຫາຄວາມຮູ້ປະດັບຕົວ ແລະ ຮູ້ນຳໃຊ້ຄວາມຮູ້ຄວາມສາມາດສະຕິປັນຍາຂອງຕົນປະກອບສ່ວນເຂົ້າໃນການພັດທະນາ.
ຜັກກະເດົາເຊົາຂົມ : ໝາຍເຖິງຄົນເຮົາຕ້ອງເຂົ້າໃຈສັດຈະທຳຂອງຊີວິດ ແລະ ຮູ້ວິທີທາງໃນການດັບໄຟກິເລດຕັນຫາຕ່າງໆໃນຊີວິດຄືຮູ້ຫົນທາງການພົ້ນທຸກຕາມຄຳສອນຂອງພຣະພຸດທະເຈົ້າຜູ້ຕັສສະຮູ້ຊອບດ້ວຍພຣະອົງເອງ.
ວິທີຈັດໂຕະບູຊາຂໍພອນເທວະດາຕາມຮີດຄອງລາວໃນມື້ຂຶ້ນ 3 ຄ່ຳເດືອນ 3 ແມ່ນມີດັ່ງນີ້
1.ພຣະພູດທະຮູບປາງອຸ້ມບາດ ຫລື ປາງໃດກໍ່ໄດ້ເພື່ອສື່ຄວາມໝາຍເຖິງຕົວແທນຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າຜູ້ເປັນຄູຜູ້ສັ່ງສອນເທວະດາແລະມະນຸດທັງຫລາຍ(ຖ້າມີ)
2.ຮູບປັ້ນຊ້າງ, ມ້າ, ງົວ, ຄວາຍ(ຖ້າມີ)
3.ໝາກເບັງ9ກາບ1ຄູ່
4.ໝາກໄມ້7ຫລື9ຊະນິດ ແລະ ດອກໄມ້7ຫລື9ສີ
5.ເງິນໃຫມ່7ຫລື9ໃບ ແລະ ກະເປົາເງິນ(ຖ້າມີ)
6.ທູບ7ຫລື9ສີ ແລະ ທຽນ7ຫລື9ສີ
7.ຈອກໃສ່ນ້ຳດື່ມບໍລິສຸດ3ຈອກ ແລະ ໃສ່ນ້ຳຊາຕົ້ມ3ຈອກ.
8.ຕິບເຂົ້າຫລືໝໍ້ເຂົ້າໃສ່ເຂົ້າສຸກ1ຕິບຫລື1ໝໍ້
9.ແຕ່ງຂັນ5 ແລະ ຂັນ8
10.ຂຽນລາຍຊື່ຄົນໃນຄອບຄົວໃສ່ເຈ້ຍເພື່ອອ່ານຂໍພອນ.
11.ສະຖານທີ່ຈັດບູຊາຈະຕັ້ງພິທີໃນກາງເຮືອນຫລືໜ້າບ້ານກໍ່ໄດ້ຕາມຄວາມສະດວກຂອງຜູ້ເຮັດພິທີ.
12.ເວລາບູຊາແມ່ນສາມາດເລືອກໄດ້ຕາມຄວາມສະດວກຊ່ວງເວລາໃດເວລາໜຶ່ງເຊັ່ນ : ຊ່ວງເຊົ້າໃນລະຫວ່າງເວລາ3:00ໂມງເຊົ້າ-6:00ໂມງເຊົ້າ ຫລື ຊ່ວງບ່າຍ-ແລງແມ່ນໃນລະຫວ່າງເວລາ 15:00ໂມງ-18:00ໂມງ ຫລື ຊ່ວງເດິກແມ່ນໃນລະຫວ່າງເວລາ 21:00ໂມງ-24:00ໂມງ.
ແອດມິນຂໍອວຍພອນໃຫ້ທຸກທ່ານໂຊກດີໃນພິທີສຳຄັນທາງຮີດຄອງປະເພນີລາວບູຮານທີ່ມີຕຳນານອັນພົ້ນເດັ່ນດີງາມດັ່ງກ່າວມາແລ້ວໃນມື້ນີ້ເຖີດສາທຸສາທຸສາທຸອະນຸໂມທາມິ ພ້ອມດຽວກັນນີ້ຂໍຖືໂອກາດເຊີນຊວນໃຫ້ທຸກທ່ານຊ່ວຍກັນຮັກສາຮີດຄອງທີ່ດີງາມນີ້ໃຫ້ຍືນຍົງຕະຫລອດໄປ.
ຂໍຂອບໃຈຂໍ້ມູນ ຈາກ ວາລະສານເທວາ Theva Magazine