ຫ້າມພາດສາຍເລາະ ເທດສະການດອກງິ້ວບານ ປະຈຳປີ 2023 ຈັດຫຍິ່ງໃຫຍ່ ອະລັງການ

ຫ້າມພາດສາຍເລາະ ເທດສະການດອກງິ້ວບານ ປະຈຳປີ 2023 ຈັດຫຍິ່ງໃຫຍ່ ອະລັງການ

January 17, 2023 Off By FC

ຂຶ້ນແຜນໄປທ່ຽວເລີຍ ເທດສະການດອກງິ້ວບານ ປະຈຳປີ 2023 ປີນີ້ ຈັດຫຍິ່ງໃຫຍ່ ອະລັງການ ພ້ອມມີຫຼາຍກິດຈະກໍາ ໄວ້ຄອຍຕ້ອນຮັບທ່ານ.

ພາຍໃນງານ ຈະມີກິດຈະກໍາຫຼາຍຢ່າງເຊັ່ນ: ການປະກວດ ນາງສາວດອກງີ້ວບານ ແລະ ການປະກວດນາງສາວທ່ອງທ່ຽວລາວ. ນອກຈາກນີ້ ຍັງມີກິດຈະກຳຕ່າງໆທີ່ໜ້າສົນໃຈເຊັ່ນ: ການສະແດງສິລະປະ 4 ປະເທດ, ງານແຂ່ງຂັນຊ່ວງເຮືອ 4 ປະເທດ ລາວ ໄທ ມຽນມາ ຈີນ, ກິດຈະກຳປ່ອຍໂຄມໄຟ 1000 ອັນ, ກິດຈະກຳລອຍກະທົງ, ງານແຂ່ງຂັນຕີມວຍ, ງານເທດສະການດົນຕີ ດອກງິ້ວສີຄຳ.


ນອກຈາກນີ້ ຍັງຈະມີການຈັດກອງປະຊຸມສົ່ງເສີມ ແລະ ດຶງດູດການລົງທຶນໃນເທດສະການດອກງິ້ວບານຄັ້ງທີ 20 ເພື່ອສົ່ງເສີ່ມການທ່ອງທ່ຽວ ແລະ ວັດທະນະທໍາ.


ຖືວ່າເປັນການຈັດງານທີ່ຍິ່ງໃຫຍ່ ກວ່າທຸກໆປີ ທີ່ເຄີຍຈັດຜ່ານມາ ຫຼັງຈາກບໍ່ໄດ້ຈັດມາເປັນເວລາ 3 ປີ ເນື່ອງຈາກການລະບາດຂອງພະຍາດໂຄວິດ 19. ງານດັ່ງກ່າວຈະຈັດຂຶ້ນໃນວັນທີ 25-29 ມັງກອນ 2023​ ທີ່ເຂດເສດຖະກິດພີເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ


ດັ່ງນັ້ນ,​ ຈຶ່ງຂໍເຊີນຊວນພໍ່ແມ່ປະຊາຊົນ ທັງພາຍໃນ ແລະ ຕ່າງປະເທດ​ ໄປທ່ຽວຊົມງານດັ່ງກ່າວດ້ວຍ

ຊາວແຂວງບໍ່ແກ້ວ ຍິນດີຕ້ອນຮັບ ທຸກໆທ່ານ!