ຄິດເຫັນກັນແນວໃດ ແຈ້ງປິດຮ້ານແລກແລກປ່ຽນເງິນຕາ

ຄິດເຫັນກັນແນວໃດ ແຈ້ງປິດຮ້ານແລກແລກປ່ຽນເງິນຕາ

January 13, 2023 Off By FC

ແຈ້ງການຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດ
ໃນນີ້, ຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາສະບັບດັ່ງກ່າວໄດ້ກໍານົດໃຫ້ ທະນາຄານທຸລະກິດ ທີ່ຕັ້ງຢູ່ ສປປ ລາວ ເທົ່ານັ້ນ ສາມາດໃຫ້ບໍລິການແລກປ່ຽນເງິນຕາ.
ສະນັ້ນ, ເພື່ອຈັດຕັ້ງປະຕິບັດໃຫ້ ສອດຄ່ອງກັບບັນດານິຕິກໍາທີ່ມີຜົນສັກສິດໃນປັດຈຸບັນ, ທະນາຄານແຫ່ງ ສປປ ລາວ ຈຶ່ງແຈ້ງມາຍັງບັນດາທະນາຄານທຸລະ ກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນ ດັ່ງນີ້:

1 ທະນາຄານແຫ່ງ ສປປ ລາວ ຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນທັງໝົດ 113 ຮ້ານ ທີ່ຂຶ້ນກັບ 6 ທະນາຄານທຸລະກິດ;
2 ໃຫ້ທະນາຄານທຸລະກິດທີ່ມີຮ້ານແລກປ່ຽນເງິນຕາຕົວແທນຂຶ້ນກັບ ຢຸດເຊົາການຕໍ່ອາຍຸສັນຍາ ແລະ ຍົກເລີກ ສັນຍາຕົວແທນບໍລິການແລກປ່ຽນເງິນຕາກັບຮ້ານແລກປ່ຽນເງິນຕາຕົວແທນຂອງຕົນທັງໝົດ,

ດໍາເນີນການປິດບັນຊີເງິນຝາກທີ່ອອກຊື່ຮ້ານແລກປ່ຽນເງິນຕາຕົວແທນ ຢູ່ທະນາຄານທຸລະກິດທີ່ກ່ຽວຂ້ອງ, ນໍາສົ່ງບົດບັນທຶກ ການຍົກເລີກສັນຍາການເປັນຕົວແທນແລກປ່ຽນເງິນຕາ ລະຫວ່າງ ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນ ເງິນຕາຕົວແທນ ພ້ອມທັງໜັງສືອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນທີ່ ຂຶ້ນກັບທະນາຄານທຸລະກິດຕົນ ສົ່ງຄືນໃຫ້ແກ່ກົມນະໂຍບາຍເງິນຕາ ຫຼື ສາຂາທະນາຄານແຫ່ງ ສປປ ລາວ ປະຈໍາ ພາກ ທີ່ກ່ຽວຂ້ອງ ພາຍໃນວັນທີ 31 ມັງກອນ 2023;

.

3 ທະນາຄານທຸລະກິດທີ່ມີຈຸດປະສົງຕ້ອງການສ້າງຕັ້ງໜ່ວຍແລກປ່ຽນເງິນຕາ ແມ່ນໃຫ້ປະຕິບັດຕາມຂໍ້ຕົກລົງວ່າດ້ວຍ ການບໍລິການແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022.
(ແຈ້ງການກ້ອງຄອມເມັ້ນ)Cr. ທະນາຄານແຫ່ງ ສປປ ລາວ