ຊຸດລາດີທີ່ງົດງາມ ເຮັດມາຈາກເສດຂີ້ເຫຍື້ອ “ຝາກະປອງ” ມີຄວາມໝາຍດີຈົນຕ້ອງນໍາສະເໜີ

ຊຸດລາດີທີ່ງົດງາມ ເຮັດມາຈາກເສດຂີ້ເຫຍື້ອ “ຝາກະປອງ” ມີຄວາມໝາຍດີຈົນຕ້ອງນໍາສະເໜີ

January 12, 2023 Off By FC

ເຊົ້າວັນທີ 12 ມັງກອນ 2023 ນີ້ທຸກຄົນຈະເຫັນແລ້ວວ່າ 84 ສາວງາມຈາກທົ່ວໂລກແມ່ນໄດ້ເດີນພຣີເຊັນໂຕເອງເທິງເວທີຈັກກະວານທີ່ນີວອໍລິນ ຢ່າງສວຍງາມໃນທຸກໆຊຸດ ແຕ່ມີຊຸດລາຕີຊຸດໜຶ່ງທີ່ໜ້າສົນໃຈເປັນພິເສດ ນັ້ນຄື ຊຸດທີ່ ສາວແອນນາ ເສືອງາມອ່ຽມ ມິສຢູນີເວີຈາກລາຊະອານາຈັກໄທໄດ້ສວມໃສ່.

ຈຸດພິເສດຂອງຊຸດນີ້ເອີ້ນວ່າເປັນໄຮໄລ້ຂອງງານເລີຍກໍ່ວ່າໄດ້ ວັດສະດຸທີ່ນຳມາເຮັດກໍບໍແມ່ນຂອງທຳມະດາ ເປັນສິ່ງທີ່ບົ່ງບອກເລື່ອງລາວຊີວິດຂອງນາງງາມໄດ້ຢ່າງໜ້າຊາບຊື້ງໃຈ ນັ້ນຄື ນຳເອົາຝາກະປ່ອງ ອາລູມີນຽມມາປະດິດຢ່າງພິຖີພິຖັນກາຍເປັນເພັດນ້ຳງາມທີ່ຫຼາຍຄົນຄິດບໍ່ເຖິງເລີຍ.

ຊຸດລາຕີຂອງມິສຢູນີເວີດໄທ ແມ່ນນຳໃຊ້ວັດສະດຸເຫຼືອໃຊ້ມາເຊື່ອມໂຍງກັບຊີວິດຈີງຂອງສາວແອນນາທີ່ເຕີບໂຕມາຈາກກອງຂີ້ເຫຍື້ອ ເຊິ່ງໂຕສາວແອນນາເອງໄດ້ບອກເລົ່າເລື່ອງລາວຂອງເພິ່ນແຕ່ຢູ່ກອງປະກວດໄທວ່າ ຕົນເອງນັ້ນແມ່ນໃຫຍ່ຂຶ້ນມາຈາກກອງຂີ້ເຫຍື້ອຄອບຄົວແມ່ນເກັບຂີ້ເຫຍື້ອຂາຍ ຂະນະທີ່ແມ່ຂອງແອນນາເອງກໍເປັນຄົນກວດຂີ້ເຫຍື້ອ ແຕ່ໂຕແອນນາກໍ່ໄດ້ຮັບການລ້ຽງດູມາຢ່າງດີຈິ່ງມາຮອດມື້ໄດ້ຮັບຕຳແໜ່ງນາງງາມຈັກກະວານຂອງປະເທດໄທ.
ໃນຊຸດລາຕີຂອງແອນນານັ້ນ ຜູ້ອອກແບບແມ່ນນຳໃຊ້ປະໂຫຍກເດັດທີ່ສາວແອນນາໄດ້ກ່າວໄວ້ວ່າ:

.

“ຢ່າຍຶດໝັ້ນວ່າເຮົາເກີດຈາກຫຍັງ ແຕ່ຈົ່ງຍຶດໝັ້ນວ່າເຮົາປ່ຽນແປງຊີວິດໄດ້ດ້ວຍພະລັງຂອງເຮົາ” ນີ້ເປັນປະໂຫຍກທີ່ສ້າງແຮງບັນດານໃຈອັນຍິ່ງໃຫຍ່ໃຫ້ກັບຜູ້ຄົນຈຳນວນຫຼາຍ ສະທ້ອນ ແລະຕອກຢ້ຳຕົວຕົນຂອງສາວແອນນາໄດ້ຢ່າງຊັດເຈນ.

ຄວາມພະຍາຍາມສູ້ຊີວິດ ແລະບໍ່ສິ້ນຫວັງນຳໄປສູ່ຄວາມສຳເລັດອັນຍິ່ງໃຫຍ່ ແລະຄວາມພາກພູມໃຈຂອງພໍ່ແມ່ຜູ້ໃຫ້ກຳເນີດທີ່ປະກອບອາຊີບເກັບຂີ້ເຫຍື້ອ ແມ່ມີອາຊີບເປັນຄົນກວດຂີ້ເຫຍື້ອບວກກັບຄຳສອນຂອງທວດແອນນາ ໄດ້ຖືກຫຼອມລວມກັນຈົນກາຍເປັນເພັດນ້ຳງາມຊື່ວ່າ ແອນນາ ເສືອງາມອ່ຽມ ມິສຢູນີເວີດໄທແລນປີ 2022 ແລະນັ້ນຄືທີ່ມາແຮງບັນດານໃຈອັນຍິ່ງໃຫຍ່ຖືກຖ່າຍທອດອອກມາເປັນຊຸດລາຕີແສນພິເສດ ທີ່ປະກອບດ້ວຍຝາກະປ່ອງອາລູມີຍຽມ

.

ຕົກແຕ່ງດ້ວຍເພັດຕໍ່ລຽງລາຍກັນຈົນກາຍເປັນຊຸດລາຕີທີ່ສົມບູນແບບທີ່ສຸດໃຫ້ພວກເຮົາທຸກຄົນໄດ້ເຫັນນັ້ນເອງ.