
ສາວສອງພິສູດຕົນ ເຮັດໄດ້ ເປັນໄດ້! ລົບຄໍາດູຖູກທີ່ວ່າ “ມັນເປັນກະເທີຍ ຢ່າໄປເລືອກມັນ” ສຸດທ້າຍຄວ້າຕໍາແໜ່ງຜູ້ໃຫຍ່ບ້ານ
January 10, 2023ບໍ່ວ່າຈະເປັນໃຜກໍຕາມ ທຸກຄົນມີສິດຄິດ, ເຮັດ ແລະ ເປັນໄດ້ໝົດ ຂໍພຽງໂອກາດ ເມື່ອເວລາ 9:30 ນາທີ ຂອງວັນທີ 10 ມັງກອນ 2023 ຜູ້ສື່ຂ່າວລົງພື້ນທີ່ໄປຍງບ້ານ นายณัฏฐนนท์ สุดตานนท์ หรือ ผู้ใหญ่ต้อ อายุ 31 ปี สาวประเภทสอง ຜູ້ໃຫຍ່ບ້ານປ້າຍແດງ ໝູ່ 4 ບ້ານ ภูสวรรค์ ต.เสี้ยว อ.เมืองเลย จ.เลย ທີ່ໄດ້ຮັບເລືອກຕັ້ງຈາກຊາວບ້ານໃຫ້ເປັນຜູ້ໃຫຍ່ບ້ານ ເຖິງຈະເປັນສາວສອງກໍຕາມ ແຕ່ງາມສຸດໆ
.
ຜູ້ໃຫຍ່ບ້ານເວົ້າວ່າ ຕົນເປັນສາວສອງ ກ່ອນໜ້ານັ້ນກໍໄດ້ເຮັດວຽກທີ່ຟູດແພນດ້າ ແຕ່ມີການແຜ່ລະບາດໂຄວິດ ງານນ້ອຍຈຶ່ງກັບມາຢູ່ທີ່ບ້ານ
ຈົນມີຊາວບ້ານມາຊວນໃຫ້ລົງສະໝັກ ຈຶ່ງປຶກສາຄົນໃນຄອບຄົວ ແລະ ພວກເພິ່ນກໍສະໜັບສະໜູນ ເລີຍລົງສະໝັກ
ແຕ່ກໍມີຊາວບ້ານບາງຄົນກໍເວົ້າໃຫ້ວ່າ “ມັນເປັນກະເທີຍ ຢ່າໄປເລືອກມັນ” ເລີຍສູ້ບໍ່ທໍ້ ຈົນໄດ້ຮັບການແຕ່ງຕັ້ງ ເຮັດທຸກຢ່າງໃຫ້ເຫັນວ່າ ເຖິງຈະເປັນສາວສອງກໍມີຄວາມສາມາດ ສາມາດເຮັດໄດ້ ເຂົ້າກັບຊາວບ້ານ ເຮັດວຽກຮ່ວມກັບພວກເຂົາ ໄດ້ດີມາຕະຫຼອດ ແລະ ພະຍາຍາມຕັ້ງໃຈເຮັດວຽກ ພັດທະນາໝູ່ບ້ານ ເພື່ອພີ່ນ້ອງບ້ານຂອງເຮົາ
ນີ້ເປັນເຄສທີ່ເຮັດໃຫ້ຮູ້ວ່າ ຫຼາຍໆຢ່າງບໍ່ແມ່ນຈະຈໍາກຫດແຕ່ຍິງຫຼືຊາຍ ເພາະບໍ່ວ່າໃຜ ກໍມີສິດທີ່ຈະເຮັດ ຈະເປັນ ແລະ ເຮັດໄດ້ດີຄືກັນເດີ້