
ຕິດຕາມຊົມ ນຸ້ຍ ສຸພາພອນ ສະແດງເປັນນາງເອກ GMM ເພງອີກແລ້ວ
January 10, 2023ເປັນຂ່າວດີຕ້ອນຮັບຕົ້ນປີ ອີກຜົນງານຂອງສາວຄົນນີ້ ນຸ້ຍ ສຸພາພອນ ນາງງາມຈັກກະວານລາວ 2017 ທີ່ຫຼ້າສຸດໄດ້ໂພສ ອັບເດດຜົນງານຕົ້ນເອງວ່າ
2023 ກັບສູ່ການສະແດງຫລັງຈາກຫ່າງໄປ 2ປີກັບ ໂຄວິດ ບໍ່ນັບໂຄສະນາເດີ້
ຂໍຂອບໃຈທາງ GMM Grammy ທີ່ເອັນດູແລະເອີ້ນຫານຸ້ຍຕະຫລອດ ມາເປັນນາງເອກໃຫ້ GMM ເພງທີ່ສອງແລ້ວ
ຂອບໃຈພີ່ Pum Samkip ພີ່ Ridd Kuskul ແລະດີໃຈທີ່ໄດ້ຮ່ວມງານນຳທີມໂປຼດັກຊັນທີ່ເກັ່ງແລະມືອາຊີບ
ດີໃຈທີ່ໄດ້ຮ່ວມງານນຳນັກສະແດງທຸກຄົນແລະອ້າຍ ນາຣາ ວາຊະບິ ໄດ້ຫົວທຸກຊີນ @นาราภัท งดงาม
ສຸດທ້າຍຝາກທຸກຄົນຕິດຕາມຜົນງານການສະແດງອີກໜຶ່ງຜົນງານຂອງນຸ້ຍແນ່ເດີ້ ໄວໆນີ້ ມາໃນລຸກສາວບ້ານໆ ແລະອຶ່ນໆກຳລັງຕາມມາ
.
ຖ້າຕິດຕາມເດີ້ທຸກຄົນ