
ເມນູລົດນ້ຳຫນັກ ເມນູກ້ວຍກ້ວຍ ເລື່ອງຂອງກ້ວຍ ວິທີເຮັດງ່າຍແສນງ່າຍ
January 10, 2023ເມນູກ້ວຍກ້ວຍ ເລື່ອງຂອງກ້ວຍ ຊິໄດ້ກິນຕ້ອງຖ້າຕາກກ້ວຍ 3ມື້ ໂຮໂຮໂຮ…
ເມນູລົດນ້ຳຫນັກ
.
ກ້ວຍຕາກແແດດ ກ້ວຍຫນື່ງ ກິນແລ້ວມີປະໂຫຍດຫຼາຍຢ່າງ
ຫມາກກ້ວຍເອົາໂຕສຸກໆ ປອກແລ້ວເອົາໄປຕາກແດດ (ຂອງແອັດ 2ມື້ ) ແຮງຕາກດົນແຮງແຊບ ຫລື 2-3ມື້ ຖ້າແດດແຮງ
.
ແລ້ວເອົາມາລ້າງນໍ້າຮອບທຳອິດໃສ່ເກືອລ້າງ ຮອບທີ່2 ລ້າງດ້ວຍນ້ຳສະອາດ ລະກາເອົາມາຫນື່ງ (ແອັດຄິດວ່າບໍ່ຄວນຕົ້ມເພາະມັນຈະຈາງແລະວິຕາມິນທີ່ຢູ່ໃນຫມາກກ້ວຍອອກມາ 555 ມັນເປັນການຄາດຄະເນຂອງແອັດ) ຕົ້ມໆ ຈົນກ່ວາມັນຈະສຸກຫລືອອກເປັນສີແດງຫລືດຳ ປະມານນີ້ແຫລະເດີ
.
ສາມາດນໍາໄປແຊ່ຕູ້ເຢັນ , ກິນລ້າ , ນ້ຳຫວານຫມາກກ້ວຍໃສ່ກະທິ……
.
ຈາກ: Khoneພາກິນ/Khoneບອກຕໍ່/Khoneລິວິວ