ເປີດນຳໃຊ້ເສັ້ນທາງເບຕົງ ໄດ້ນຳໃຊ້ທາງດີແລ້ວເດີ້ບາດນີ້ ບ້ານຄໍ້ ເມືອງຈໍາພອນ

ເປີດນຳໃຊ້ເສັ້ນທາງເບຕົງ ໄດ້ນຳໃຊ້ທາງດີແລ້ວເດີ້ບາດນີ້ ບ້ານຄໍ້ ເມືອງຈໍາພອນ

January 10, 2023 Off By FC

ໃນ 8 ມັງກອນ 2023 ນີ້ ຢູ່ບ້ານຄໍ້ ເມືອງຈຳພອນ ຈັດງານສະເຫລີມສະຫລອງ ແລະ ເປີດນຳໃຊ້ເສັ້ນທາງເບຕົງຂອງບ້ານ ໂດຍມີ ຍາທ່ານ ປານ ສຸພັນໂທ ປະທານ ອພສ ແຂວງ, ພະອາຈານ ແກ້ວອຸດອນ ໂຊຕິທັມໂມ ປະທານ ອພສ ເມືອງ, ພະ ອາຈານ ກັນຫາ ຕິກຂະຍາໂນ ທີ່ປຶກສາ ອພສ ເມືອງ, ມີ ທ່ານ ພູລຳພອນ ສີຫາວົງ ເຈົ້າເມືອງຈຳພອນ, ມີຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ ພ້ອມດ້ວຍປະຊາຊົນເຂົ້າຮ່ວມຢ່າງຫລວງຫລາຍ

ໃນງານດັ່ງກ່າວ, ທ່ານ ເຕະ ແສງສຸລິຈັນ ນາຍບ້ານບ້ານຄໍ້ ໄດ້ໃຫ້ຮູ້ວ່າ: ບ້ານຄໍ້ ມີ 178 ຫລັງຄາເຮືອນ, ມີ 236 ຄອບຄົວ, ມີຜົນລະເມືອງ 1,014 ຄົນ,ຍິງ 516 ຄົນ, ຜ່ານມາ ທາງອຳນາດການປົກ ຄອງບ້ານ ໄດ້ເອົາໃຈໃສ່ໃນການຊອກຫາແຫລ່ງລາຍຮັບ ແລະ ປຸກລະດົມພໍ່ແມ່ປະຊາຊົນປະກອບ ສ່ວນໃນການພັດທະນາບ້ານ ໂດຍສະເພາະ ສ້າງພື້ນຖານໂຄງລ່າງ ຂອງບ້ານເຊັ່ນ:

ເລີ່ມໃນປີ 2019-2020 ໄດ້ສ້າງຫ້ອງການຫລັງໃໝ່ ທີ່ມີມູນຄ່າ 123 ລ້ານກີບ ແລະ ໃນປີ 2020 ພະອາຈານ ກັນຫາ ຕິກຂະຍາໂນ ໄດ້ມີແນວຄິດລິເລີ່ມ ແລະ ປືກສາຫາລື ກັບອຳນາດການປົກຄອງພາຍໃນບ້ານ ເພື່ອຢາກສ້າງເສັ້ນທາງເບຕົງ ແລະ ທາງຊອຍອ້ອມບ້ານໃນໄລຍະທີ 1 ມີຄວາມຍາວ 1.500 ແມັດ, ມີຄວາມໜາ 20-25 ຊັງຕີແມັດ, ກວ້າງ 6-8 ແມັດ,

.

ມີມູນຄ່າທັງໝົດ 500 ລ້ານກີບ ແລະ ໃນໄລຍະທີ 2 ເລີ່ມ ແຕ່ວັນທີ 10 ທັນວາ 2022 ຫາ 3 ມັງກອນ 2023 ໃນໄລຍະທາງ 700 ແມັດ, ມີຄວາມໜາ 20-25 ຊັງຕີແມັດ, ກວ້າງ 6-8 ແມັດ, ມີມູນຄ່າທັງໝົດ 325 ລ້ານກີບ.

Cr. ປະເທດລາວ