ຊ່ວຍກັນແຊ ຊາຍໂຈນຫລັກຊັບຢູ່ຮ້ານບຸນເຕັມວັດຖຸມີຄ່າ ມູນຄ່າເສຍຫາຍກວ່າ 3.25ຕື້ກີບ

ຊ່ວຍກັນແຊ ຊາຍໂຈນຫລັກຊັບຢູ່ຮ້ານບຸນເຕັມວັດຖຸມີຄ່າ ມູນຄ່າເສຍຫາຍກວ່າ 3.25ຕື້ກີບ

January 9, 2023 Off By FC

ຂໍລົບກວນຫມູ່ຄູ່ ຊ່ວຍກັນແຊ ຮູບໂສມຂອງໂຈນຫລັກຊັບຢູ່ຮ້ານບຸນເຕັມວັດຖຸມີຄ່າ ເຊິ່ງລວມມູນຄ່າເສຍຫາຍກວ່າ 3.25ຕື້ກີບ

ສັບສິນເສຍຫາຍມີ ແຫວນເພັດ 5ກະລັດ ມູນຄ່າ 1.7ຕື້ ແລະ ປະຫລັກແຂນລວມ 4.2ກະລັດ ມູນຄ່າ 1.55ຕື້ກີບ

ໂຈນໄດ້ມີການມາເບິ່ງໃນຮ້ານຫລາຍຄັ້ງ ແລະ ສອບຖາມຂໍ້ມູນຂອງສິນຄ້າຈົນຮູ້ວ່າສິນຄ້າໃດລາຄາສູງທີ່ສຸດ ແລະ ມື້ນີ້ໄດ້ມາອີກຄັ້ງຫນຶ່ງ ແລະ ລົງມືຫຼັກຊັບ ແລະ ແລ່ນຫນີພ້ອມປືນຢູ່ໃນມື
ຂໍໃຫ້ເລື່ອງນີ້ເປັນບົດຮຽນ ແລະ ອຸທາຫອນໃຫ້ແກ່ຫ້າງຮ້ານຄ້າຂາຍວັດຖຸມີຄ່າ ໃຫ້ຊ່ວຍກັນເພີ່ມມາດຕະການຄວາມປອດໄພ ແລະ ລະວັງໄພຊ່ວຍກັນ

ສຳຫລັບຜູ້ໃດສາມາດໃຫ້ຂໍ້ມູນເບາະແສຂອງຜູ້ຮ້າຍຈົນນຳຈັບໄດ້ສຳເຫລັດ ທາງຮ້ານມີລາງວັນນຳຈັບໃຫ້ 200ລ້ານກີບ
ເບີໂທຕິດຕໍ່ 98866228

ຂໍຂອບໃຈຫລາຍໆ