ໜຸ່ມພໍ່ຄ້າວິນ ແຈ້ງຄວາມ ບອກທຸກຄົນຢ່າຫຼົງເຊື່ອມິດສາຊີບ ແອບອ້າງເປັນຕົນ ຫຼອກເງິນ ແຊບອກຕໍ່ໆ

ໜຸ່ມພໍ່ຄ້າວິນ ແຈ້ງຄວາມ ບອກທຸກຄົນຢ່າຫຼົງເຊື່ອມິດສາຊີບ ແອບອ້າງເປັນຕົນ ຫຼອກເງິນ ແຊບອກຕໍ່ໆ

January 9, 2023 Off By FC

ເຫັນຫຼາຍໆຄົນດັງ ບໍ່ວ່າປະເທດໃດ ກໍອາດເຈີຄົນຫວັງບໍ່ດີ ຫຼື ມິດສາຊີບ ແອບອ້າງເປັນເຮົາ ເອົາຮູບເຮົາໄປໃຊ້ໃນທາງບໍ່ດີ ຕວົະຍວົະຫຼອຫໂກງເງິນຄົນອື່ນ ຢ່າງເລື່ອງຂອງໜຸ່ມວິນ ພໍ່ຄ້າຄົນຫຼໍ່ຂອງເຮົາ ທີ່ອັບຄຣິບບອກເຕືອນແຟນຄັບ ບໍ່ວ່າຊາວລາວ ແລະຊາວໄທ

ໂດຍບ່າວວິນເລົ່າວ່າ ມີດສາຊີບຢູ່ເມືອງໄທແມ່ນໄດ້ເອົາຄລິບຕອນທີ່ເພິ່ນແຈກໂອໂຟນໄປຕັດຕໍ່ແລ້ວສ້າງເພຈາປອມຂຶ້ນມາ ຫຼັງຈາກນັ້ນກໍ່ມີຄົນໄປຫຼົງເຊື່ອຊື້ເຄື່ອງນຳ, ທັງໂອນເງິນທີ່ມິດສາຊີບອ້າງວ່າ ຖືກລາງວັນໄດ້ຮັບໄອໂຟນແຕ່ຕ້ອງຈ່າຍເງິນຄ່າສົ່ງ, ຄ່າພາສີ ຄ່ານັ້ນນີ້ຫຼາຍລາຍການ ແລະມີຜູ້ຫຼົງໂອນໄປເປັນຈຳນວນຫຼາຍ.

ບ່າວວິນບອກອີກວ່າ ພວກມິດສາຊີບນີ້ແມ່ນໄດ້ສ້າງເພຈປອມມາບັກຫຼາຍໆເປັນຮ້ອຍເປັນ 1000 ເພຈ ໄປກົດຣີພອດຈັ່ງໃດກໍບໍໝົດຈັກເທື່ອ ຈິ່ງຢາກຝາກເຕືອນທຸກຄົນຢ່າໄປເຊື່ອຄົນງ່າຍໆ.

ບ່າວວິນສະແດງຈຸດຢືນທີ່ຊັດເຈນວ່າ ຖ້າເປັນວິນແຈກຄືແຈກຈະບໍໄດ້ເສຍເງິນຄ່ານັ້ນນີ້ໃດໆທັ້ງສິ້ນ ແລະຊື່ບັນຊີການໂອນເງິນ ຂອງວິນເອງກໍມີແຕ່ບັນຊີລາວບັນຊີດຽວເທົ່ານັ້ນ ຖ້າເປັນນາຍນັ້ນ ນາງສາວນີ້ຖືວ່າເປັນມິດສາຊີບຫາກິນແລ້ວຈົ່ງຢ່າໄປຫຼົງເຊື່ອ.

ນອກຈາກບ່າວວິນຈະອອກມາເຕືອນລູກຄ້າ ແລະເອັຟຊີແລ້ວ ຍັງໄດ້ໄປແຈ້ງຄວາມທີ່ປະເທດໄທເປັນທີ່ຮຽບຮ້ອຍແລ້ວ ພ້ອມຈະດຳເນີນການໃຫ້ເຖິງທີ່ສຸດ

ສ່ວນຜູ້ເສຍເງິນໃຫ້ມິດສາຊີບແລ້ວໃຫ້ໄປແຈ້ງຄວາມຕໍ່ເຈົ້າໜ້າທີ່ດ່ວນ ແລະຂໍໃຫ້ສັງເກດດີໆເວລາໂອນເງິນ ເພື່ອບໍຕົກເປັນເຫຍື່ອຂອງມິດສາຊີບອີກ.

ຝາກເຕືອນກັນໄວ້ສໍາລັບເລື່ອງເງິນໆຄໍາໆ ຕ້ອງສຶກສາ ໄຕຕອງໃຫ້ລະອຽດດີດີຄັກໆ ກ່ອນຕັດສິນໃຈໂອນຈ່າຍ ຫຼື ເຮັດທຸລະກໍາໃດໃດ ເພາະເຈົ້າອາດເປັນໜຶ່ງທີ່ຕົກເປັນເຍື່ອໃຫ້ພວກຄົນບໍ່ດີ ເຮັດໃຫ້ເສຍຫາຍຊັບສິນເດີ້