ລາວຄະແນນນໍາ ຢູ່ອັນດັບທີ 1 ອັບເດດລ້າສຸດ ເຊຍລາວ ປ່າເຢັງຊ່າລໍ

ລາວຄະແນນນໍາ ຢູ່ອັນດັບທີ 1 ອັບເດດລ້າສຸດ ເຊຍລາວ ປ່າເຢັງຊ່າລໍ

January 6, 2023 Off By FC

ບອກເລີຍ ຄໍາວ່າ ລາວ ດັງກ້ອງໄປໄກ ປັດຈຸບັດອັບເດດຄະແນນຢູອໍາດັບທີ່ 1
ຖືວ່າປີນີ້ເປັນອີກປີທີ່ລາວເຮົາເຄື່ອນໄຫວໄດ້ຢ່າງໂດດເດັ່ນໃນເວທີຈັກກະວານ ນອກຈາກນ້ອງປ່າເຢັ້ງຊາ ລໍ່ຈະເປັນທີ່ຮັກຂອງແຟນນາງງາມຢູ່ຫຼາຍປະເທດແລ້ວຍັງອອກສື່ຢູ່ຫຼາຍສື່ໃນສະຫະລັດ ແລະຕອນນີ້ນ້ອງໄດ້ຄະແນນໂຫວດສູງສຸດອັບເດດມາຮອດຕອນເຊົ້າມື້ນີ້ 6 ມັງກອນ 2023 ມີຄະແນນຢູ່ທີ່ 61.100 ຮອງລົງມາແມ່ນຟີລິບປິນ 42.544, ກຳປູເຈຍ 34.055 ຄະແນນຕາມລຳດັບ.

ແລະມື້ນີ້ຍັງໄດ້ຮັບຂ່າວດີແບບສຸດໆວ່າ ມື້ອື່ນ ຕົວແທນສາວງາມປະເທດລາວເຮົາ ປ່າເຢັ້ງຊາ ລໍ່ Miss Universe Laos 2022 ຖືກເຊີນຮ່ວມເດີນສະຫນາມຮ່ວມກັບ Miss Universe 2021 ພ້ອມນຳຊຸດປະຈຳຊາດລາວທີ່ຖືກຕາ ຖຶກໃຈ ຕິດ 1 ໃນ 5 ປະເທດ ທີ່ຖືກຄັດເລືອກ ເຂົ້າຮ່ວມໃນຄັ້ງນີ້ອີກດ້ວຍ.

.

.

ນີ້ອາດເປັນສັນຍານທີ່ດີ ໃຫ້ກັບປະເທກລາວ ຂອງເຮົາ ໃນການປະກວດໃນປີນີ້ ທີ່ພ້ອມຈະເປີດປະຕູສູ່ຈັກກະວານຢ່າງແທ້ຈີງ
ຢ່າງໃດກໍ່ຕາມຢາກໃຫ້ລາວເຮົາໄດ້ເຂົ້າສູ່ຮອບເລີກໆຢ່າລືມເຂົ້າໄປໂຫວດໃຫ້ນ້ອງ ປ່າເຢັ້ງຊາ ລໍ່ ເພິ່ນຍັງຈະເປີດໂຫວດໄປຈົນຮອດວັນທີ 12 ມັງກອນ 2023 ເວລາ 18:00 ໂມງຕາມເວລາໃນທ້ອງຖິ່ນທີ່ນີວໂອແລນສະຫະລັດອາເມລິກາ.