ແຊຮຕໍ່ເພື່ອສັງຄົມ ໝາກເລັບແມວ ເປັນຢາພື້ນເມືອງ ດີເບົາຫວານ, ແກ້ຂີ້ກະເທິແກ້ໄອ

ແຊຮຕໍ່ເພື່ອສັງຄົມ ໝາກເລັບແມວ ເປັນຢາພື້ນເມືອງ ດີເບົາຫວານ, ແກ້ຂີ້ກະເທິແກ້ໄອ

January 6, 2023 Off By FC

ສ່ວນຫຼາຍແລ້ວຈະພົບເຫັນໝາກເລັບແມວໃນປ່າທົ່ວໄປ ຕາມທີ່ພື້ນທີ່ຮາບພຽງປ່າຜັດໃບ ປ່າດິບ ໂດຍໝາກເລັບແມວຈະມີຢູ່ 2 ຊະນິດຄື: ໝາກເລັບແມວຕົວຜູ້ ແລະ ໝາກເລັບແມວຕົວແມ່ ລັກສະນະໝາກດິບສີຂຽວ ໝາກສຸກສີດຳ
ໝາກຈະອອກຊ່ວງເດືອນ ກໍລະກົດ-ເດືອນສິງຫາ ແລະ ໝາກຈະສຸກຊ່ວງເດືອນ ພະຈິກ ຫາ ເດືອນທັນວາ ເທົ່ານັ້ນ

ມີລົດຊາດສົ້ມຫວານ ຫາກສຸກແລ້ວກໍ່ຈະມີລົດຫວານ ແຊບ ກິນງ່າຍ ເອີ້ນໄດ້ວ່າເປັນໝາກໄມ້ປ່າທີ່ຫາກິນໄດ້ຍາກ ແຕ່ກໍ່ເຕັມໄປດ້ວຍຄຸນປະໂຫຍດທີ່ຫຼາກຫຼາຍດ້ານສະໝຸນໄພ ຊື່ງຄົນສະໄໝກ່ອນໃຊ້ເປັນຢາສະໝຸນໄພທີ່ມີສັບພະຄຸນຫຼາຍ
ລັກສະນະຂອງຕົ້ນໝາກເລັບແມວຕົ້ນ ເລັບແມວເປັນໄມ້ເຖົາເນື້ອແຂງ ຂະໜາດນ້ອຍ ເຖົາແລະກິ່ງມີໜາມແຫຼມທົ່ວທັ້ງຕົ້ນ ເປືອກເຖົາສີດຳເທົາ ເປືອກໃນສີແດງ

ໃບ ໃບດຽວ ຮູບຊົງມົນຍາວເລັກນ້ອຍ ເສັ້ນກາງ 3 ເສັ້ນ ຂອບໃບຮຽວ ທ້ອງໃບມີຂົນນຸ່ມສັ້ນໆ ຫຼັງໃບ ສີຂຽວເຂັ້ມຄ້າຍໃບພຸດທາ
ດອກ ດອກອອກເປັນຊໍນ້ອຍໆ ເປັນກະຈຸກຕາມຊອກໃບ
ໝາກ ໝາກເປັນໝາກມົນ ໝາກດິບຈະມີສີຂຽວ ເມື່ອສຸກມີສີດຳ ມີ 1 ເມັດ ຣົດຫວານອົມສົ້ມ

ສັບພະຄຸນທາງສະໝຸນໄພຮາກ–ເປືອກ : ລົດຈືດເຝືອນໜ້ອຍໜຶ່ງ ຕົ້ມດື່ມ ຂັບການມີລົງຂາວ, ຂັບຖ່າຍ, ແກ້ມົດລູກພິການ, ແກ້ຝີໃນມົດລູກ, ແກ້ໂລກເບົາຫວານ, ຊ່ວຍໃນການຍ່ອຍ ແລະ ຮັກສາພາວະກົດເກິນ ໃຊ້ຮາກຝົນກັບນ້ຳທາແກ້ເລັບທີ່ຫໍ້ເລືອດ ແລະ ເປັນຢາທາແກ້ຝີ

ໝາກ ລົດສົ້ມຫວານຝາດເຢັນ ແກ້ຂີ້ກະເທິແກ້ໄອ ເຮັດໃຫ້ຊຸ່ມຄໍ ໝາກສຸກຮັບປະທານໄດ້ ມີລົດສົ້ມອົມຫວານ ມີລິດເປັນຢາລະບາຍ
ໝາກໄມ້ປ່າຄືໝາກເລັບແມວ ມີປະໂຫຍດໄດ້ນ້ອຍກວ່າໝາກໄມ້ຊະນິດອື່ນໆ ທີ່ມີຢູ່ທົ່ວໄປ ທີ່ສຳຄັນຍັງບໍ່ມີລາຄາແພງ ຫາກຕ້ອງການຈະກິນອາດຈະຕ້ອງຫາໃນປ່າບໍລິເວນທີ່ມີ ຫຼື ຕາມຕະ ຫຼາດໃນຊົນນະບົດ ແຕ່ກໍ່ນັບວ່າເປັນໝາກໄມ້ປ່າທີ່ຫາຍາກ ເພາະການເກັບຍາກຫຼາຍເນື່ອງຈາກຕົ້ນມີໜາມ ແລະ ອອກໜ່ວຍໃຫ້ກິນເປັນຊ່ວງເວລາສັ້ນໆ ຂອງປີ

.

ແຊຮຕໍ່ເພື່ອສັງຄົມ