
ແຟນໆຖ້າຕິດຕາມເລີຍ 2023 Big Project ໂຈໂຈ້ ມິຣາໂຄ້ ກັບ ແອັດ Carabao
January 4, 2023ວ້າວ ພຽງເຫັນໂພສ ກໍລຸ້ນ ແລະ ຢາກຈະຮູ້ແລ້ວ ສໍາລັບ ໂປເຈັກໃຫຍ່ ຂອງ ສິນລະປິນດັງ ລາວ ໄທ
ບໍ່ວ່າຈະເປັນ ອ້າຍ ໂຈໂຈ້ ມິຣາໂຄ ນັກຮ້ອງຫຼໍ່ ສຽງຫວານ ກັບ ແອັດ ຄາລາບາວ ນັກຮ້ອງດັງ ເພື່ອຊີວິດ ເຈົ້າຂອງບົດເພງດັງຫຼາຍເພງທີ່ຍັງ ເປີດ ແລະ ໄດ້ຍິນຕາມຮ້ານອາຫານ, ຮ້ານບັນເທີງ ແລະ ຕາມງານຕ່າງໆ
ຫຼ້າສຸດ ຫຼັງ ໂຈໂຈ້ ມິຣາໂຄ ໂພສ ພາບຄູ່ ແລະ ຂໍ້ຄວາມວ່າ
“2023 Big Project !!!
Carabao x JoJo Miracle ໄວໆນີ້ແນ່ນອນ !!!”
ເອົາຈະເປັນໂປເຈັກຫຍັງ ຮ້ອງເພງ ຫຼື ສະແດງຮູບເງົາ ຫຼື ທັງ 2 ຫຼື ອັນອື່ນ ຖ້າລຸ້ນ ແລະ ຕິດຕາມໄດ້ເດີ້ທຸກຄົນ