
ວ່າແນວໃດ ເກັບຄ່າທາງດ່ວນເກັບຕາມ ເລດເງິນໂດລ້າ ເລີ່ມ 1 ມັງກອນ 2023
January 3, 2023ວ່າແນວໃດ ຖ້າຄ່າທາງດ່ວນເກັບຕາມ ເລດເງິນໂດລ້າ
ບໍ່ຮູ້ວ່າເປັນພາບແທ້ ຫຼື ແນວໃດ ຈາກຜູ້ໃຊ້ເຟດບຸກ Khamthavone Sinmany ໂພສພາບແບບນີ້
ເປັນພາບຕິດຢູ່ວ່າ ແຈ້ງປັບຄ່າທາງດ່ວນ ຕາມເລດເງິນໂດລ້າ 01/01/2023
ເຊິ່ງໂດລ້າປັດຈຸບັນມື້ນີ້ຢູ່ທີ່
ຈາກ: Khamthavone Sinmany
ກັບມາເປັນປະເດັນອີກຄັ້ງ ເມື່ອມີຄົນໂພສຮູບພາບປະກາດຈາກທາງດ່ວນລາວ-ຈີນ ພ້ອມແຄັບຊັນວ່າ “Welcome to USA” ໂດຍໃນການແຈ້ງ ມີເນື້ອໃນປັບຄ່າຜ່ານທາງດ່ວນຕາມເລດ ເງິນໂດລາ ໃນວັນທີ 1 ມັງກອນ 2023.
ເລຶ່ອງນີ້ບໍ່ໄດ້ເປັນເລື່ອງໃໝ່ແຕ່ຢ່າງໃດ ເພາະໃນເດືອນ ມິຖຸນາ 2022 ທີ່ຜ່ານມາ ທາງ ບໍລິສັດ ຮ່ວມທືນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ກໍໄດ້ປະກາດມາແລ້ວວ່າ ສາເຫດທີ່ ເກັບອັດຕາຄ່າຜ່ານທາງດ່ວນ ຕາມເລດເງິນໂດລາ ຍ້ອນປັດຈຸບັນ ການດຳເນີນທຸລະກິດໄດ້ຮັບຜົນກະທົບ ຈາກການເໜັງຕີງຂອງອັດຕາແລກປ່ຽນຂອງເງິນກີບ ກັບ ເງິນໂດລາສະຫະລັດ.