ຕອນເອົາກະໃຫ້ຄົນອື່ນຮູ້ ຕອນປະກະໃຫ້ຄົນອື່ນຮູ້ນໍາ “ຮັກສຸດໃຈແຕ່ໄປໄດ້ສໍ່ານີ້ Single mom, 5 ປີສໍ່າ 5 ມື້ເນາະ”

ຕອນເອົາກະໃຫ້ຄົນອື່ນຮູ້ ຕອນປະກະໃຫ້ຄົນອື່ນຮູ້ນໍາ “ຮັກສຸດໃຈແຕ່ໄປໄດ້ສໍ່ານີ້ Single mom, 5 ປີສໍ່າ 5 ມື້ເນາະ”

January 4, 2023 Off By FC

ລີວີວທ້າຍປີ 2022 ຈາກໂພສ Carery Carery
ຕອນເອົາກະໃຫ້ຄົນອື່ນຮູ້ ຕອນປະກະໃຫ້ຄົນອື່ນຮູ້ນໍາ ຄືເພີ່ນວ່າ….ອະເຂົ້າເລື່ອງເລີຍ..…

.

ຕອນນີ້ເຮົາ2ຄົນໄດ້ຕົກລົງແຍກກັນຢູ່ເປັນທາງການແລ້ວ
ຕ່າງຄົນຕ່າງບໍ່ມີໃຜຜິດແລະກໍບໍ່ມີໃຜຖືກ (ເຈົ້າບໍ່ປ່ຽນຂ້ອຍກະບໍ່ປ່ຽນ )ແລ້ວຊິທົນທຸກຕໍ່ໄປເຮັດຫຍັງ
ທີ່ຜ່ານມາຕ່າງຝ່າຍຕ່າງເຄີຍໃຫ້ໂອກາດກັນແຕ່ມັນກະຍັງວົນວຽນກັບມາເປັນຄືເກົ່າ

ໃນເມື່ອຢູ່ນໍາກັນບໍ່ມີຄວາມສຸກກະແຍກຍ້າຍໄປໃຊ້ຊີວິດໃຜມັນ
ຕ່າງຝ່າຍຕ່າງບໍ່ຕ້ອງເສຍເວລາເປີດໂອກາດສີ່ງໃຫມ່ໆເຂົ້າມາ

ສ່ວນລູກໃຫຍ່ມາລາວຫາກເຂົ້າໃຈດອກ (ມັນບໍ່ແມ່ນຍຸກຫີນຄືແຕ່ກ່ອນ..ນີ້ມັນສະໃຫມໃຫມ່ແລ້ວ) ເຮັດຫນ້າທີ່ພໍ່ແມ່ໃຫ້ດີທີ່ສຸດກະພໍ
ທີ່ໂພສລົງຂ້ອຍຕັດສິນໃຈ ແລະ ທົບທວນທຸກຢ່າງດີແລ້ວແລະກະບໍ່ອາຍໃຜຊິວ່າເອົາຜົວບໍ່ທັນຮອດໃສກະປະ (ເຊີນໂລດເດີ້ ຂ້ອຍບໍ່ແຄຣ໌ ອັນນັ້ນປັນຫາຂອງເຈົ້າທີ່ຄິດກັບຊີວິດຂ້ອຍ )
ເຈັບມື້ນີ້ດີກ່ວາທົນເຈັບໄປຕະຫລອດຊີວິດ

ເຈັບຄົນດຽວຕອນນີ້ດີກ່ວາລູກໃຫຍ່ມາຊິໃຫ້ລູກເຫັນສະພາບພໍ່ກັບແມ່ຜິດກັນ
ຄືນອິດສະຫລະໃຫ້ກັນ

ຮັກສຸດໃຈແຕ່ໄປໄດ້ສໍ່ານີ້ Single mom 5 ປີສໍ່າ 5 ມື້ເນາະ
ໂຊກດີປີໃຫມ່ເດີ້ທຸກຄົນ