
ບໍ່ໄດ້ໄປຕໍ່ປີໜ້າ! ບຸກຈັບ ເຈົ້າຂອງຮ້ານນໍ້າກະທ່ອມ ໂອໂຫ້ ຜະຫຼິດຫຼາຍເຕັມຄາລາເບວ
December 30, 2022ໃນວັນທີ 30/12/2022 ເຈົ້າຫນ້າທີ່ບຸກຈັບເຈົ້າຂອງຮ້ານຜະລິດຕະພັນນໍ້າກະທ່ອມ ທີ່ບ້ານສີວິໄລ ແລະ ບ້ານຄຳຮຸ່ງເມືອງໄຊທານີ ນະຄອນຫລວງວຽງຈັນ ທັງສອງຮ້ານຜະລິດ ແລະ ປຸງແຕ່ງນໍ້າກະທ່ອມ ຈຳນວນຫລາຍ.
ໃນນີ້ຫ້ອງເຊົ່າ ບ້ານສີວິໄລ ເຊິ່ງມີນໍ້າກະທ້ອມຕົ້ມແລ້ວ ໃສ່ຕຸກ ຂະໜາດ 1,5 ລິດ ຈຳນວນ 53 ຕຸກ, ໃບກະທ່ອມດິບຖົງໃຫຍ່ 1 ກິໂລ ມີ 58 ຖົງ, ໃບກະທ່ອມດິບຖົງນ້ອຍ 150 ກຼາມ ມີ 14 ຖົງ, ໃບກະທ່ອມແຫ້ງ 12,4 ກິໂລ, ນ້ຳໝາກພ້າວແກ້ວໃຫຍ່ 49 ແກັດ, ນ້ຳໝາກພ້າວນ້ອຍ 25 ແກັບ ກັບ 5 ແພັກ, ນ້ຳໝາກພ້າວ 76 ແກັດ, ນ້ຳໂອອີຊີ 71 ແກັດ, ຢາດີໄອດີທິດຊິນ ຈຳນວນ 3 ແກັດ ກັບ 299 ຂວດ ແລະ ນໍ້າຕົ້ມໃບກະທ້ອມ ຈຳນວນ 2 ໝໍ້ໃຫຍ່
.
ຫ້ອງເຊົ່າ ບ້ານຄຳຮຸ່ງ ມີນ້ຳກະທ່ອມ 150 ຕຸກ, ໃບກະທ່ອມ 801 ກິໂລ, ນ້ຳໝາກພ້າວ 32 ແກັດ, ນ້ຳຕານສົດ 100% ໂຄຟີ ແກັດສີແດງ 19 ແກັດ, ແກັດສີຂຽວ 40 ແກັດ ກັບ 17 ແກ້ວ, ໂອອີຊີຝາສົ້ມ 28 ແກັດ ແລະ ຝາຂຽວ 39 ແກັດ, ຢາດີໄອ 24 ແກັດໃຫຍ່ ກັບ 18 ແກັດນ້ອຍ ແລະ ນ້ຳຕົ້ມໃບກະທ່ອມຈຳນວນ 2 ໜໍ້ໃຫຍ່.
.
.