
ເກັງຫຼາຍ ຊຸດປະຈຳຊາດ Miss Universe Laos 2022 ອອກແບບໜຸ່ມໄວ 20 ປີ ຄົນລາວ ນ້ອງ ຂັນໄຊ
December 30, 2022ຮູ້ຈັກກັບນັກອອກແບບຊຸດປະຈຳຊາດຊຸດສາມຊົນເຜົ່າ ຊຸດປະຈຳຊາດ Miss Universe Laos 2022 ນັ້ນກໍຄື ຂັນໄຊ ແຖມພູຄຳ ຫຼື ກ່ານ ໜຸ່ມນ້ອຍໄວ 20 ປີ ປັດຈຸບັນກຳລັງສຶກສາຢູ່ທີ່ຄະນະສະຖາປັດຕິຍະກຳສາດ, ມຊ ໃນປີ ທີ 3.
ຂັນໄຊ ກ່າວວ່າ ຕົນເອງມີຄວາມມັກຮັກໃນເລື່ອງການອອກແບບເສື້ອຜ້າມາຕັ້ງແຕ່ຍັງນ້ອຍ ພໍເລີ່ມເຂົ້າຮຽນມະຫາວິທະຍາໄລ ກໍມີການອອກແບບຊຸດເຂົ້າປະກວດ ໃນປະເພດຊຸດປະຈໍາຊາດນາງງາມ, ຊຸດລາຕີ, ຊຸດແຟນຕາຊີ ແລະອື່ນໆ ແຕ່ຜົນງານຍັງບໍ່ທັນໂດດເດັ່ນເຂົ້າຕາກຳມະການ.
.
ຈົນມາໃນປີ 2022 ຖືວ່າເປັນປີແຈ້ງເກີດສຳລັບຂັນໄຊ ເພາະໄດ້ຮັບລາງວັນຊະນະເລີດໃນການອອກແບບຊຸດປະຈຳຊາດໃຫ້ແກ່ມິສແກຣນລາວ 2022 ແລະຕາມມາຕິດໆກໍແມ່ນຜົນງານການອອກແບບຊຸດປະຈຳຊາດໃຫ້ແກ່ມິສຢູນິເວີສ 2022.
“ທຳອິດຄິດວ່າຈະບໍ່ສົ່ງເຂົ້າປະກວດແລ້ວເພາະເປັນໄລຍະທີ່ກຳລັງຮຽນຢ່າງຫນັກ ແຕ່ຮຸ່ນອ້າຍຮຸ່ນເອື້ອຍຫລາຍຄົນໃນວົງການກໍເຊຍໃຫ້ສົ່ງເຂົ້າປະກວດ ນ້ອງກໍເລີຍຕັດສິນໃຈສົ່ງເຂົ້າໃນ 5 ມື້ສຸດທ້າຍ”
ນີ້ຄືຄວາມຝັນສູງສຸດຂອງຊາວຫນຸ່ມລາວຜູ້ຫນຶ່ງທີ່ໄດ້ເຫັນຜົນງານຕົນເອງຖືກເຜີຍແຜ່ສູ່ສາກົນ ແລະໃນອະນາຄົດຂັນໄຊ ກໍຍັງຈະສືບຕໍ່ສ້າງສັນຜົນງານການອອກແບບຂອງຕົນເອງໃຫ້ເປັນທີ່ຍອມຮັບທັງພາຍໃນ ແລະລະດັບສາກົນ ພ້ອມທັງຢາກເປັນສ່ວນຫນຶ່ງໃນການຊຸກຍູ້ໃຫ້ຫມູ່ເພື່ອນຊາວຫນຸ່ມທີ່ມີຄວາມມັກຮັກໃນການອອກແບບໄດ້ກ້ານຳສະເຫນີຜົນງານຂອງຕົນເອງອອກສູ່ສັງຄົມ ເພາະຂັນໄຊເຊື່ອວ່າຊາວຫນຸ່ມລາວຫລາຍຄົນກໍມີພອນສະຫວັນ,ຄວາມຮູ້, ຄວາມສາມາດບໍ່ນ້ອຍໄປກວ່າຊາດໃດ.
.
ຂ່າວໂດຍ: zaza
ພາບໂດຍ: ຂັນໄຊ, Ae Maitee Make up
ອ້າງອີງ: ກິນທີ່ນີ້, ທ່ຽວທີ່ນີ້