ໜ້າຊົມເຊີຍ ເຈົ້າໜ້າທີ່ຈາລາຈອນ ແຈກຫມວກກັນກະທົບໃຫ້ຜູ້ຂັບຂີ່

ໜ້າຊົມເຊີຍ ເຈົ້າໜ້າທີ່ຈາລາຈອນ ແຈກຫມວກກັນກະທົບໃຫ້ຜູ້ຂັບຂີ່

December 29, 2022 Off By FC

ມຸມແບບນີ້ຢາກຈະໃຫ້ຫຼາຍໆຄົນໄດ້ເຫັນກັນທົ່ວ ຖືເປັນມຸມໜ້າຮັກໆ ແລະ ກິດຈະກໍາດີດີ ໃນລະຫວ່າງ ບຸນປີໃໝ່ສາກົນ 2023 ນີ້ ໂດຍສະເພາະໃນໄລຍະ 5 ວັນ ອັນຕະລາຍ ເຊິ່ງເລີ່ມນັບ ແຕ່ວັນທີ 29 ທັນວາ 2022 ຫາວັນທີ 2 ມັງກອນ 2023 ເຊິ່ງຖືເປັນ ໄລຍະທີ່ເກີດ ອຸບປະຕິເຫດຕາມທ້ອງຖະໜົນຫຼາຍ ເນື່ອງຈາກຜູ້ຂັບຂີ່ໄດ້ເດີນທາງກັບຄືນໄປຢ້ຽມຢາມບ້ານເກີດເມືອງນອນ, ທ່ອງທ່ຽວ ແລະ ມີການດື່ມສິ່ງມືນເມົາ ໃນການສະເຫຼີມສະຫຼອງປີໃໝ່ສາກົນ !!!

.

ເສັ້ນທາງຫຼັກທີ່ຜູ້ຂັບຂີ່ ນໍາໃຊ້ໃນການສັນຈອນ ໃນການກັບຄືນ ໄປຢ້ຽມຢາມບ້ານເກີດເມືອງນອນ ຫຼື ທ່ອງທ່ຽວ ແມ່ນເສັ້ນທາງເລກທີ 13 ໃຕ້ ແລະ ເສັ້ນທາງເລກທີ 13 ເໜືອ. ສະເພາະເສັ້ນທາງເລກທີ 13 ໃຕ້ ນັບແຕ່ເມືອງທ່າພະບາດ ແຂວງບໍລິຄຳໄຊ ຫາ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ໄລຍະທາງ 275 ກິໂລແມັດ ທີ່ພວມມີການກໍ່ສ້າງ ແລະ ປັບປຸງເສັ້ນທາງນີ້ ຜູ້ຂັບຂີ່ຕ້ອງໃຊ້ຄວາມລະມັດລະວັງ ເປັນພິເສດ ແລະ ປະຕິບັດຕາມກົດຈະລາຈອນຢ່າງເຄັ່ງຄັດ.

.

ນອກນີ້ ຂໍ້ປະຕິບັດພື້ນຖານທີ່ຜູ້ຂັບຂີ່ ຄວນຕ້ອງເອົາໃຈໃສ່ ປະກອບມີ: ການໃຊ້ຄວາມໄວຕາມປ້າຍກຳນົດຢ່າງເຄັ່ງ, ໃສ່ສາຍຮັດນິລະໄພ, ໃສ່ໝວກກັນກະທົບ ແລະ ບໍ່ດື່ມສິ່ງມືນເມົາແລ້ວຂັບລົດ.
ໃນວັນທີ 28 ທັນວາ 2022, ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນ ຄວາມສະຫງົບ ແລະ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ລົງຊຸກຍູ້ວຽກງານໂຄສະນາ ແລະ ບັງຄັບໃຊ້ກົດໝາຍ ຢູ່ຈຸດກວດກາທ່າພະບາດ ເສັ້ນທາງເລກທີ 13 ໃຕ້ ດ້ວຍຄວາມເປັນຫ່ວງເປັນໃຍ ຕໍ່ສະຫວັດດີພາບ ຂອງຜູ້ຂັບຂີ່ ແລະ ປ້ອງກັນບໍ່ໃຫ້ເກີດອຸບປະຕິເຫດ ໂດຍສະເພາະໃນໄລຍະ 5 ວັນອັນຕະລາຍ.

.

.

ການເຮັດກິດຈະກໍາຄັ້ງນີ້ ນອກຈາກຈະມີການກວດກາຄວາມໄວ ແລະ ກວດກາທາດເຫຼົ້າຢ່າງເຄັ່ງຄັດແລ້ວ, ຍັງມີການແຈກນ້ຳດື່ມ ແລະ ໝວກກັນກະທົບ ໃຫ້ກັບນັກຂັບຂີ່ ອີກດ້ວຍ.
ກິດຈະກໍາ 5 ວັນອັນຕະລາຍ ໃນໄລຍະປີໃໝ່ສາກົນ 2023 ທີ່ພວມດໍາເນີນການຈັດຕັ້ງປະຕິບັດນີ້ ເປັນໜຶ່ງໃນກິດຈະກໍາຍ່ອຍ ຂອງວຽກງານໂຄສະນາ, ເຜີຍແຜ່, ປູກຈິດສໍານຶກ ດ້ານຄວາມປອດໄພທາງຫຼວງ, ພາຍໃຕ້ໂຄງການຂະແໜງຂົວທາງໄລຍະ 2 (LRSP2+AF) ທີ່ໄດ້ຮັບການສະໜັບສະໜູນຈາກ ທະນາຄານໂລກ.