ລາຍລະອຽດ ເຫດບຸກຍິງ ດັບ2 ເພາະມີການພົວພັນແບບຊູ້ສາວ ເພາະຄວາມຮັກແມ່ນບໍ່ ? ຫຼື…

ລາຍລະອຽດ ເຫດບຸກຍິງ ດັບ2 ເພາະມີການພົວພັນແບບຊູ້ສາວ ເພາະຄວາມຮັກແມ່ນບໍ່ ? ຫຼື…

December 28, 2022 Off By FC

ລາຍລະອຽດທາງການ ເວລາປະມານ 18:30 ນາທີ ຂອງວັນທີ 27/12/2022 ໄດ້ມີເຫດການມີຜູ້ຊາຍຄົນໜຶ່ງຖືປືນສັ້ນຍ່າງເຂົ້າໄປຍິງປືນໃສ່ຄອບຄົວໜຶ່ງທີ່ສວນສະຫັວນ, ນະຄອນປາກເຊ, ແຂວງຈໍາປາສັກ ໃນຂະນະນັ່ງກິນເຂົ້າກັບຄອບຄົວ ກ່ອນຜູ້ກໍ່ເຫດຈະຍິງຕົວເອງພາຍຫຼັງ.

.

ຜູ້ເສຍຊີວິດ ຜູ້ທີ 1 ຊື່ ນາງ ຄຳຟອງ ( ຝົນ ) ອາຍຸ 34 ປີ ອາຊີບຄ້າຂາຍ ຢູ່ບ້ານສວນສະຫວັນ ນະຄອນປາກເຊ, ແຂວງຈຳປາສັກ.
ຜູ້ທີ 2 ຊື່ ທ້າວ ປະສານສັກ ວິຊາເທບ ອາຍຸປະມານ 34 ປີ ເປັນຕຳຫຼວດ.

.

ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດທັງ 2 ແມ່ນມີການພົວພັນແບບຊູ້ສາວ; ໃນຕອນເກີດເຫດ ທ້າວ ປະສານສັກ ຂີ່ລົດຈັກເຂົ້າມາຫາ ນາງ ຄຳຟອງ ຢູ່ເຮືອນ ມີລັກສະນະມຶນເມົາ ມີປືນ AK ມາພ້ອມ ແລ້ວເຫັນ ນາງ ຄຳຟອງ ກຳລັງນັ່ງກິນເຂົ້າກັບຄອບຄົວ ເຊິ່ງມີຜົວ ແລະ ລູກອາຍຸ 5 ປີ ແລະ 3 ປີ,

ຈາກນັ້ນ ທ້າວ ປະສານສັກ ໄດ້ຍິງຂຶ້ນຟ້າ 3 ນັດ, ຈາກນັ້ນ ຜູ້ກ່ຽວໄດ້ຍິງໃສ່ບໍລິເວນຫົວຂອງ ນາງ ຄຳຟອງ 1 ນັດ ແລ້ວຍິງໃສ່ຕົນເອງ 1 ນັດ ເສຍຊີວິດຄາທີ່.
ຂໍ້ມູນ: ວາລະສານ ປ້ອງກັນຄວາມສະຫງົບ