
ຈະເປັນແບບໃດ ຊຸດປະຈໍາຊາດລາວ ຂອງ Miss Universe Laos 2022 ຖ້າຂົນລຸກພ້ອມກັນໃນຄວາມອະລັງການ
December 28, 2022ຢາກເຫັນຊຸດເຕັມໆແລ້ວ ສໍາລັບ ຊຸດປະຈໍາຊາດລາວທີ່ຈະສວມໃສ່ໃນເວທີນາງງາມຈັກກະວານ Miss Universe 2022 ທີ່ຫຼ້າສຸດ ທາງກອງປະກວດອອກມາໂພສພາບ ແລະ ຂໍ້ຄວາມວ່າ
ຮ່ວມຊົມ VTR ເປີດໂຕຊຸດປະຈຳຊາດ Miss Universe Laos 2022 ໄດ້ໃນວັນທີ່ 29/12/2022 ໃນເວລາ 17:30
ຊຸດປະຈຳຊາດປີນີ້ບົ່ງບອກເຖິງຄວາມສາມັກຄີ ຂອງຜືນແຜ່ນດິນລາວ ອັນສົມບູນ ແລະ ສະຫງ່າງາມ
ແລະ ຊຸດປະຈຳຊາດພວກເຮົາແມ່ນສຳເລັດຮຽບຮ້ອຍ 100% ກ່ອນທີ່ ທີມຈະເດີນທາງມາ ສະຫະລັດ ອາເມຣິກາ ແລະ ຊຸດປະຈຳຊາດກໍ່ຢູ່ນຳທີມງານ Universe Laos 2022 ທີ່ສະຫະລັດ ອາເມຣິກາ ຢ່າງສົມບູນແບບ
ແລ້ວເຮົາຈະມາຂົນລຸກນຳກັນທຸກກັນ ກັບຄວາມອາລັງການຂອງຊຸດປີນີ້
ທັງນີ້ຜູ້ຈະສວມໃສ່ກໍຮູ້ກັນແລ້ວວ່າແມ່ນ ປາເຢັງຊ່າລໍ Miss Universe Laos 2022 ທີ່ກ່ອນການແຂ່ງຂັນກໍຮັບງານໄປກ່ອນຈະທີ່ ສະຫາລັດອາເມລິກາ ຄື ໂຄສະນາ Action Movie in USA ເປັນໂຕເອກ ໃນຫນັງໂຄສະນາ ຂອງອາເມຣິກາ ຖືວ່າເປັນຄັ້ງແລກຂອງນ້ອງ ທີ່ໄດ້ເປັນໂຕເອກ
.
ແຕ່ຝີມືເກັ່ງສຸດໆ ເຮັດເອົາຜູ້ກຳກັບຈົນອອກປາກຊົມ ວ່າອານາຄົດໄກແນ່ນອນ ໃນຄວາມເກັ່ງໃນໂຕຂອງນ້ອງ Miss Universe Laos ເຮົາ ປີນີ້
ຖ້າຕິດຕາມການເຄື່ອນໄຫວຕ່າງໆຂອງຕົວແທນປະເທດລາວເຮົາແນ່ເດີ້