
ອອກມາຂໍໂທດສັງຄົມແລ້ວ ໃຫ້ອາໄພບໍ່ຊຸມເຈົ້າ ແມ່ຄ້າປີ້ງໄກ່ 5 ແສນ, ປີງປາ 2 ແສນ ທີ່ບຸນກິນຈຽງຊຽງຂວາງ
December 28, 2022ຂໍໂທດສັງຄົມ ແລະ ຂໍໃຫ້ເປັນບົດຮຽນ! ຈາກກໍລະນີທີ່ກໍາລັງເປັນຂ່າວໂດງດັ່ງໃນສືສັງຄົມອອນລາຍ ຫຼືທາງເຟດບຸກ ໃນເທດສະການບຸນກິນຈຽງ ຫຼື ນໍເປເຈົ່າ ຂອງຊົນເຜົ່າມົ້ງ ທີ່ເດີນບ້ານຍວນເມືອງແປກແຂວງຊຽງຂວາງ ທີ່ມີການລົງບິນຄ່າອາຫານສູງເກີນລາຕົວຈິງ ອາຫານ 8ລາຍການລວມເປັນເງິນສູງເຖິງ 7.345.000ກີບ ໃນນັ້ນລາຄາ
ໄກ່ 5 ໂຕ 2.500.000 ສະເລ່ຍຖືກໂຕລະ 500.000ກີບ,
ປາ 6 ໂຕ 1.200.000ກີບ ຖືກໂຕລະ 200.000ກີບ
ເຂົ້າສຸກ 4 ຈານ 280.000ກີບ ຖືກຈານລະ 70.000ກີບ
ປີ້ງ 2 ຊຸດ 600.000ກີບ ຖືກ ຊຸດລະ 300.000ກີບ
ເຂົ້າລາດໜ້າ 7 ຈານ 420.000 ຖືກຈານລະ 60,000ກີບ
ເບຍ ຈໍານວນ 50 ປ໋ອງ 2.000.000 ຖືກປ໋ອງລະ 40.000ກີບ
ນໍ້າດື່ມ ຈໍານວນ15 ຕຸກ 225.000ກີບ ຖືກຕຸກ 15.000ກີບ.
ເຫັນວ່າລາຄາສູງເກີນລາຄາທ້ອງຕະຫຼາດຫຼາຍ, ດັ່ງນັ້ນທາງ ສະມາຄົມ ກິລາວັນນະຄະດີຮ່ວມກັບພາກສ່ວນທີ່ກ່ຽວຂ້ອງໄດ້ປຶກສາຫາລື ແລະ ລົງເກັບກໍາຂໍ້ມູນຕົວຈິງເຫັນວ່າມີມູນຄວາມຈິງແທ້, ຈຶ່ງໄດ້ເອີ້ນຜູ້ກ່ຽວຫຼືເຈົ້າຮ້ານ ມາສຶກສາອົບຮົມ ແລະ ປັບໄໝຕາມລະບຽບຂອງສະມາຄົມ.
ຈາກກໍລະນີດັ່ງກ່າວ ນາງກົງເຢຍ ວ່າງ ເຈົ້າຂອງຮ້ານຂາຍເຄື່ອງຢູ່ສະຖານທີ່ບຸນກິນຈຽງ ໄດ້ສະແດງຄວາມເສຍໃຈຕໍ່ເຫດການທີ່ເກີດຂຶ້ນ ໃນຄັ້ງວັນທີ 25 ທັນວາ 2022 ທີ່ເກັບເງິນນໍາລູກຄ້າທີ່ມາກິນ-ດື່ມ ຢູ່ໃນຮ້ານຂອງຕົນເອງ ເກີນລາຄາໃນທ້ອງຕະຫຼາດທົ່ວໄປ ໂດຍຜູ້ກ່ຽວໄດ້ຍອມຕໍ່ການກະທໍາຕໍ່ລູກຄ້າເຮັດໃຫ້ເກີດຫາງສຽງຢູ່ໃນສັງຄົມ ທ່ານຈິ່ງໄດ້ຂໍອາໄພຕໍ່ສັງຄົມ ແລະ ບັນດາແຂກທີ່ມາອຸດໜູນຮ້ານ.
ຈາກນັ້ນທ່ານ ຈົງວ່າງ ຮອງປະທານ ສະມາຄົມ ກິລາວັນນະຄະດີພື້ນເມືອງ ໄດ້ມີຄໍາເຫັນຕໍ່ເຫດການທີ່ຂຶ້ນເຊິ່ງທ່ານກ່າວວ່າ ແມ່ນໄດ້ສ້າງຄວາມເສື່ອມເສຍໃຫ້ແກ່ເທດສະການບຸນກິນຈຽງເຜົ່າມົ້ງ ໂດຍສະເພາະແຂວງຊຽງຂວາງ ຕໍ່ກັບເຫດການດັ່ງກ່າວທາງຄະນະຮັບຜິດຊອບໄດ້ຮຽກຮ້ອງໃຫ້ຜູ້ປະກອບການດ້ານການບໍລິການເອົາໃຈໃສ່ປະຕິບັດກົດລະບຽດ ແລະ ມາດຕະການທີ່ທາງຄະນະຮັບຜິດຊອບວາງອອກຢ່າງເຂັ້ມງວດ ເພື່ອໃຫ້ນັກທ່ອງທ່ຽວແຂກຕ່າງດ້າວທ້າວຕ່າງເມືອງຢາກມາທ່ຽວຊົມແຂວງຊຽງຂວາງກໍຄື ເທດສະການບຸນກິນຈຽງຂອງຊົນເຜົ້າມົ້ງ ໃຫ້ມີຄວາມຝົດຝື້ນມ່ວນຊື່ນ.
Cr. ໜັງສືພິມຊຽງຂວາງມີໄຊ