
ແອັບເປິ້ນ ນຸ່ງຊຸດສາວລາວ ພາ ຟຣຸກ ຜູ້ບ່າວໄທ (ພໍ່ຂອງລູກ) ຍ່າງຫຼິ້ນຢູ່ທາດຫຼວງວຽງຈັນ
December 26, 2022ຍິນດີຕ້ອນຮັບສູ່ປະເທດລາວ ສໍາລັບຄູ່ຮັກ 2 ຝັ່ງຂອງ ແອັບເປິ້ນ ສີສະຫງຽນ ແລະ ຟຣຸກ ດາລາ, ນັກສະແດງ, ນັກຮ້ອງໄທ ສາມີ ພໍ່ຂອງລູກສາວ 2 ຄົນທີ່ໜ້າຮັກ ຈູ່ນີ່, ຈູນ່າ 2 ສາວນ້ອຍທີ່ໜ້າຮັກ
ທີ່ຫຼ້າສຸດ ຟຣຸກ ແລະ ແອັບເປິ້ນໄດ້ມາທີ່ປະເທດລາວ ໄປສ່ອງມາ ແມ່ນມາວຽກ ແລະ ຮ່ວມງານແຕ່ງຂອງຄົນຮັກແພງ ຢູ່ລາວ
ໃນການມາຄັ້ງນີ້ ກໍພາທ່ຽວລາວແນ່ລະກັນ ໂດຍ ໜຸ່ມ ຟຣຸກ ລົງຄຣິບ ບອກ ຄວງສາວລາວຊົມພະທາດຫຼວງວຽງຈັນ
ເປັນຄຣິບ ແອັບເປິ້ນນຸ່ງຊຸດລາວງາມເລີຍ ກັບໜຸ່ມຟຣຸກທີ່ຈັບມືກັນຍ່າງ ແບບເປັນຕາຮັກ ຕາແພງ ປານບ່າວໆສາວໆ ທີ່ຈີບກັນໃໝ່ໆເລີຍ
ທ່ຽວລາວມ່ວນໆເດີ້