
ເຈມ ຈິຣາຍຸ ເຊັກອິນທີ່ປະຕູໄຊ “ສະບາຍດີວຽງຈັນ” ມາທ່ຽວລາວອີກເດີ້ ຍິນດີຕ້ອນຮັບສະເໝີ
November 1, 2022ນັກສະແດງຊື່ດັງ ອັນດັບຕົ້ນ ຂອງປະເທດ ໄທ ເຈມ ຈິຣາຍຸ ເດີນທາງມາ ສປປ ລາວ ໃນວັນທີ 29/10/2022 ເວລາ 14:00 – 17:30
ເພື່ອຈະເຂົ້າຮ່ວມ ການເປີດໂຕ ເກີບຍີ່ຫໍ້ Baoji ທີ່ມາເປີດສາຂາ ເປັນເທື່ອທໍາອິດ ຢູ່ດ້ານໃນ ຮ້ານຊັບພະສິນຄ້າ ວຽງຈັນ ເຊັນເຕີ້ ນະຄອນຫຼວງວຽງຈັນ ໃນວັນທີ 29 ຕຸລາ 2022.
ໃນງານ ຈະມີກິດຈະກໍາ ໃຫ້ຖ່າຍຮູບ ຮ່ວມກັບແຟນຄລັບ ແລະ ມີກິດຈະກໍາຫຼາຍຢ່າງ ໃຫ້ ແຟນຄລັບ ຄົນລາວ ແລະ ໄທ, ທັງຈະເປັນການສົ່ງເສີມ ການທ່ອງທ່ຽວ ໃຫ້ທັງສອງປະເທດ.
.
ລາຍລະອຽດເພີ່ມຕື່ມທີ page BAOJI LAOS, ໄປພົບໂຕໄດ້ແຟນຄັບຊາວລາວ ແລະ ນີ້ເປັນບັນຍາກາດບາງສ່ວນທີ່ແຟນຄັບສົ່ງມາໃຫ້
.
ໃຜໄດ້ໄປມາອວດພາບກັນແນ່
.
ບໍ່ພຽງແຕ່ເທົ່ານັ້ນ ໜຸ່ມເຈມ ຍັງເຊັກອິນ ຢູ່ລາວ ສະບາຍດີວຽງຈັນ ຖ່າຍຮູບຢູ່ປະຕູໄຊນໍາອີກ
ຢາກໃຫ້ໄປແຂວງໃດ ຄອມເມັ້ນບອກເລີຍ