ອັບເດດໃໝ່ ເດີນທາງເຂົ້າປະເທດລາວ ບໍ່ຕ້ອງມີໃບຢັ້ງຢືນສັກວັກຊີນຄົບໂດສ ກະໄດ້ລະເດີ້ ບອກກັນຕໍ່ໆ

ອັບເດດໃໝ່ ເດີນທາງເຂົ້າປະເທດລາວ ບໍ່ຕ້ອງມີໃບຢັ້ງຢືນສັກວັກຊີນຄົບໂດສ ກະໄດ້ລະເດີ້ ບອກກັນຕໍ່ໆ

December 26, 2022 Off By FC

ແຈ້ງການ! ຍົກເລີກການໃຊ້ໃບຢັ້ງຢືນສັກວັກຊີນຄົບໂດສ ແລະ ການກວດຫາເຊື້ອດ້ວຍເຄື່ອງ (ATK)

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ຊີ້ນໍາຂອງລັດຖະບານ ມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ ດັ່ງນີ້:

ເຫັນດີໃຫ້ລົບລ້າງການນໍາໃຊ້ໃບຢັ້ງຢືນສັກວັກຊີນຄົບໂດສ ແລະ ລົບລ້າງການກວດຫາເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATK) ພາຍໃນ 48 ຊົ່ວໂມງ ກ່ອນອອກຈາກ ປະເທດຕົ້ນທາງ ຂອງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ຈະເດີນທາງເຂົ້າມາ ສປປ ລາວ.

ຫມາຍເຫດ : ແຈ້ງການສະບັບນີ້ ປ່ຽນແທນເນື້ອໃນ ຂໍ້ 4) ຂອງຂໍ້ 1 ຂອງແຈ້ງການ ສະບັບເລກທີ 627/ຫສນຍ, ລົງວັນທີ 07 ພຶດສະພາ 2022.

.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.