
ພັດທະນາແຫຼ່ງທ່ອງທ່ຽວຕາດສູງ ແລະ ຖໍ້າເກົ້າຮູ-ພູຕາກເຂົ້າ ຢູ່ເມືອງເລົ່າງາມ ກຽມໄປທ່ຽວ
December 24, 2022ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຊຸກຍູ້, ສົ່ງເສີມການທ່ອງທ່ຽວຕາດສູງ, ຖໍ້າເກົ້າຮູ-ພູຕາກເຂົ້າ ຢູ່ເມືອງເລົ່າງາມ, ແຂວງສາລະວັນ ລະຫວ່າງ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງເລົ່າງາມ ກັບ ບໍລິສັດພັດ ທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້.
ໂດຍການເຊັນສັນຍາຂອງ ທ່ານ ຈັນຫວ່າງ ແກ້ວທະນູສິນ, ຫົວໜ້າຫ້ອງການ ຖວທ ເມືອງເລົ່າງາມ ແລະ ທ່ານ ນາງ ສອນທິດາ ອຸນາພົມ, ປະທານບໍລິສັດ ພັດທະນາແຫຼ່ງທ່ອງທ່ຽວຕາດເຍືອງ, ໂດຍການເຂົ້າຮ່ວມຂອງ ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກ ຖວທ ແຂວງ, ທ່ານ ຄຳຫວັນ ສີສະໝຸດ ຮອງເຈົ້າເມືອງເລົ່າງາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ການເຊັນສັນຍາຄັ້ງນີ້, ແມ່ນເພື່ອເປັນການສ້າງເຄືອຂ່າຍໃນການພັດທະນາ, ສົ່ງເສີມ ແລະ ຂະຫຍາຍຕະຫຼາດການທ່ອງທ່ຽວຮ່ວມກັນ ໂດຍສະເພາະແມ່ນ ການສົ່ງເສີມການທ່ອງທ່ຽວແບບອະນຸລັກໃຫ້ປະຊາຊົນມີສ່ວນຮ່ວມ, ສ້າງວຽກເຮັດງານທຳໃຫ້ປະຊາຊົນຂັ້ນບ້ານໄດ້ມີລາຍຮັບເພີ່ມຈາກການທ່ອງທ່ຽວ, ເພື່ອເລັ່ງໃສ່ພັດທະນາເສດຖະກິດ- ສັງຄົມ. ໂດຍສະເພາະການພັດທະນາ, ຄຸ້ມຄອງ ແລະ ສົ່ງເສີມການທ່ອງທ່ຽວຢູ່ແຫຼ່ງທ່ອງທ່ຽວຕາດສູງ, ບ້ານສະນຶມແລະ ແຫຼ່ງທ່ອງທ່ຽວຖໍ້າເກົ້າຮູ-ພູຕາກເຂົ້າ, ຢູ່ບ້ານທົ່ງຂາມ, ເມືອງເລົ່າງາມ, ແຂວງສາລະວັນ.
ທັງສອງຝ່າຍໄດ້ເຫັນດີຮ່ວມກັນໃນການແລກປ່ຽນຜະລິດຕະພັນການທ່ອງທ່ຽວ, ການພັດທະນາການທ່ອງທ່ຽວແບບອະນຸລັກປະຊາຊົນມີສ່ວນຮ່ວມເພື່ອຄວາມຍືນຍົງ, ສ້າງສື່ສິ່ງພິມ, ການໂຄສະນາຫຼາຍຮູບແບບ ແລະ ການຕະຫຼາດ ເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃຫ້ມາທ່ຽວຊົມແຫຼ່ງທ່ອງທ່ຽວ, ເຫັນດີຊຸກຍູ້ ແລະ ສົ່ງເສີມຜະລິດຕະພັນການທ່ອງທ່ຽວ, ເຄື່ອງຫັດຖະກຳ, ຜົນຜະລິດກະສິກຳ, ຈາກພູມປັນຍາຂອງຊາວບ້ານເຊັ່ນ: ການຈັກສານ, ຫັດຖະກຳຕໍ່າຫູກ, ເຄື່ອງທີ່ລະນຶກ, ປູກຜັກປອດສານພິດ ແລະ ອື່ນໆ.
.
(ຂ່າວ-ພາບ: ທິດລານີ ໂຄດໂຍທາ).