ອ່ານໃຫ້ຈົບ 7 ຂໍ້ນີ້ ອາດເປັນເຫດຜົນ ທີ່ບາງຄົນບໍ່ກ້າຮັກໃຜອີກເລີຍ

ອ່ານໃຫ້ຈົບ 7 ຂໍ້ນີ້ ອາດເປັນເຫດຜົນ ທີ່ບາງຄົນບໍ່ກ້າຮັກໃຜອີກເລີຍ

December 25, 2022 Off By FC

ໃນມຸມມອງຂອງຜູ້ຍິງເຊິ່ງເປັນຄົນທີ່ເຄີຍເວົ້າຄຳໆນີ້ກັບຄົນໆ1 ເບີ່ງຄືຊົ່ວແຮງ ຫລື ເຫ້ຍ ແຕ່ກໍມີເຫດຜົນຂອງມັນ
1 ຂ້ອຍກໍຢາກມີຊິວິດທີ່ດີໄປກວ່ານີ້ຄົບກັນມາ 3-4ປີ ບໍ່ເຄີຍມີຫຍັງດີ ຄິດແຕ່ເລື່ອງຮັກກັນໆ ແຕ່ບໍ່ເຄີຍທຳມາຫາກິນຫຍັງ
2 ບໍ່ເຄີຍຄິດເຫັນເລື່ອງອານາຄົດບໍ່ເຄີຍວາງແຜນຫັຍງນຳກັນເລີຍ ມີແຕ່ຫລີ້ນກິນໄປວັນໆ

ບໍ່ເຄີຍແມ້ ຈະລົມກັນເລື່ອງອານາຄົດຫລືການງານທີ່ເຮັດໄຫ້ໂຕເອງເຕີບໂຕ ກ້າວກນ້າ ມີຢູ່ມີກິນ ບໍ່ວ່າປະຈຸບັນ ຫລື ອານາຄົດ
3 ເຄີຍເວົ້າສິ່ງທີ່ເຮົາບໍ່ມັກແຕ່ບໍ່ເຄີຍປ່ຽນໃຫ້ເລີຍ
4 ມີເງີນບໍ່ເຄີຍເກັບບໍ່ເຄີຍທ້ອນຫລືເຮັດຫຍັງທີ່ໃຫ້ມັນເກີດປະໂຫຍດ- ຖ້າລາວເລີກກັບເຮົາແລ້ວ ລາວດີຂື້ນເຮົາກະດີໃຈນຳລາວອາດຈະມີໃຈຂື້ນອາດຈະຢາກຫນີຄຳເວົ້າຂອງເຮົາ ເຮົາແຮງດີໃຈ ແລະ ຍິນດີ

5 ຕອນທີ່ມີກັນຢູ່ລາວບໍ່ເຄີຍເຮັດໃຫ້ເຫັນເຖິງຄວາມກ້າວຫນ້າ ເຮົາເປັນຜູ້ຍີງເຮົາກໍຢາກໄດ້ຄວາມແນ່ນອນຂອງຊິວິດ ວ່າຈະດຳເນີນຕໍ່ໄປດ້ວຍກັນແນວໃດ ຈະສຸກສະບາຍຫລືບໍ່?
( ຄອບຄົວກໍຫວັງຈະເພີ່ງພາອາໄສ ກໍບໍ່ຢາກເຮັດໂຕແຫລກເຫລວ )

6 ໃຫ້ເຮົາເປັນຜູ້ເຮັດຫາຢູ່ຜູ້ດຽວ ໃຫ້ແຕ່ພະລັງລົບໆຕໍ່ກັນ ເຊົ້າຜິດກັນ ແລງຜິດກັນ ເລື່ອງຊ້ຳຊາກບໍ່ຈົບບໍ່ສິ້ນ..
7 ຂ້ອຍຮັກລາວສຸດໄຈປານໃດກໍຕາມ ຂ້ອຍກະຕ້ອງປ່ອຍມືກັນ ແມ້ຈະຜ່ານຫຍັງມາດ້ວຍກັນຈັກປີກະຕາມ
ເມື່ອເຮົາຄິດເລື່ອງນີ້ໄດ້ ເຈົ້າເປັນຜູ້ໃຫຍ່ຂື້ນແລ້ວ

.

ບໍ່ເສຍໃຈທີ່ຂ້ອຍຖີ້ມໄປແລ້ວເຫັນລາວໃນມື້ທີ່ດີຂື້ນຖ້າມື້ທີ່ມີກັນຢູ່ລາວບໍ່ດີຂື້ນເຮົາສອງຄົນກໍພາກັນຈົມຢູ່ດີ ແຍກທາງກັນໄປເຕີບໂຕໃນແບບຂອງໂຕເອງ ໃນຕອນທີ່ຍັງຫນຸ່ມນ້ອຍຈະດີທີ່ສຸດ


ຈາກ: ນາງ ເທບອັກສອນສະຫວັນ