ອຸງ ໜຸ່ມລາວ ຕາມຫາຄວາມຝັນ ທີ່ລາຍການ The Star ຄົ້ນຟ້າຄວ້າດາວ 2022 ປະເທດເພື່ອນບ້ານ ຜ່ານເຂົ້າຮອບແລ້ວ

ອຸງ ໜຸ່ມລາວ ຕາມຫາຄວາມຝັນ ທີ່ລາຍການ The Star ຄົ້ນຟ້າຄວ້າດາວ 2022 ປະເທດເພື່ອນບ້ານ ຜ່ານເຂົ້າຮອບແລ້ວ

November 1, 2022 Off By FC

ເດີນທາງໄປປະກວດເພື່ອຄວາມຝັນ! ອຸ໋ງ ນາຍແບບຊື່ດັງສັງກັດ First Modeling ສາມາດຜ່ານເຂົ້າໄປໃນລາຍການ The Star ຄົ້ນຟ້າຄວ້າດາວ 2022, ລາຍການຊື່ດັງຂອງປະເທດໄທທີ່ໄດ້ສ້າງສິລະປິນຜູ້ເປັນຕໍານານໃນປະເທດໄທຫຼາຍຄົນ!

.

ອຸງ ທົດສະພອນ ສິດພະໄຊ ເປັນ Mister National Universe Lao 2017/ Model / Actor ນາຍແບບ ນັກສະແດງໜຸ່ມລາວ ປັດຈຸບັນສັງກັດຢູ່ຄ້າຍ First Modeling


ຈາກການສອບຖາມຂໍ້ມູນກັບ ອຸ໋ງ, ກ່ອນທີ່ຈະໄປອອກລາຍການແມ່ນຜ່ານຮອບ Online ເຊິ່ງມີຄົນສະໝັກຫຼາຍກວ່າ 17,000 ຄົນ ແລະ ຕໍ່ມາກໍຜ່ານເຂົ້າຮອບ 15-16 ຄົນສຸດທ້າຍໃນການເປັນໂຕແທນພາກອີສານ.

.

.

ໃນຮອບນີ້ເພງ “เจ็บที่ยังรู้สึก” ເປັນເພງທີ່ອຸ໋ງເລືອກຮ້ອງເພື່ອສື່ໃຫ້ກໍາມະການນັ້ນຮູ້ສຶກເຖິງອາລົມໃນການຮ້ອງເພງອອກມານໍາ!
ຕິດຕາມຊົມ The Star 2022 ທຸກວັນອາທິດ ເວລາ 18:00 ທາງຊ່ອງວັນ 31