ໂຢໂຢ້ ໂພສເຕືອນອຸທາຫອນ ຊື້ປີ້ລົດໄຟໃຫ້ພີ່ນ້ອງ ແຕ່ຖືກຕົ້ມ ໃຜຈະຈອງຜ່ານເຟສຕ້ອງລະວັງ

ໂຢໂຢ້ ໂພສເຕືອນອຸທາຫອນ ຊື້ປີ້ລົດໄຟໃຫ້ພີ່ນ້ອງ ແຕ່ຖືກຕົ້ມ ໃຜຈະຈອງຜ່ານເຟສຕ້ອງລະວັງ

December 23, 2022 Off By FC

ຕອນເເລກກາບໍ່ຢາກປະຈານ ເເຕ່ຂໍໃຫ້ເປັນອຸທາຫອນ ລະກາເປັນການເຕືອນທຸກຄົນນຳຊະ
ເນື່ອງຈາກໂຢ່ຈະຊື້ປີ້ລົດໄຟໃຫ້ພີ່ນ້ອງ ປົກກະຕິກາໃຫ້ຄົນຊື້ໃຫ້ຢູ່ກາບໍ່ມີບັນຫາຫຍັງ ເພາະເຈົ້າເກົ່າບໍ່ຮັບຊື້ເເລ້ວເລີຍໄດ້ຊອກເຈົ້າໃໝ່ເເລ້ວມາເຈີຜູ້ນີ້ ກາໂທຫາເປັນຜູ້ຍິງຮັບ ລົມກັນດີບໍ່ມີຫຍັງ ໃຫ້ຊື້ປີ້ໄປຫຼວງພະບາງ ວັນທີ 22/12/22 ຮອບ 15:05 ກາວ່າໂອເຄໄດ້ ກາເລີຍຕົກລົງໃຫ້ຊື້ໃຫ້ ບາງຄົນກາຊື້ໃຫ້ກ່ອນເເລ້ວໄປເອົາປີ້ຈຶ່ງຈ່າຍ ບາງຄົນກາໄດ້ຈ່າຍກ່ອນ

.

ເຊິ່ງຜູ້ນີ້ກາຂໍເງິນກ່ອນ ເເຕ່ໂຢ່ກາຂໍຈ່າຍເຄິ່ງໜຶ່ງ ເພາະກາມີຄວາມຢ້ານຢູ່ ລາວບອກວ່າມື້ອື່ນໄປເເລ້ວໄປເອົາປີ້ຢູ່ສະຖານີເລິຍ ກາຄິດວ່າໂອເຄ ຕອນເເລກເເຈ້ງວ່າສີໄປຊື້ໃຫ້ຕອນ 18:00 ຂອງວັນທີ 21/12/22 ເເລ້ວສົ່ງຫາຕອນ 18:00 ບອກວ່າສິໄປຊື້ໃຫ້ມື້ອື່ນເຊົ້າ ກາຍັງຖາມວ່າໄດ້ເເທ້ເເມ່ນບໍ່ ລາວກາວ່າໄດ້ ບາດມື້ຕໍ່ມາຕື່ນມາເເຕ່ເຊົ້າເພື່ອມາເບິ່ງວ່າໄດ້ບໍ່ ພັດບໍ່ເຫັນຫຍັງເລີຍ ບໍ່ມີຂໍ້ຄວາມ ອອນລາຍລ່າສຸດ 21:40 ເເລ້ວໂທຫາຖືກຕັດສາຍໃສ່ ໂທອີກບໍ່ຮັບ ໂທອີກປິດໂທລະສັບ

.

ຄິດວ່າຖ້າລາວຕິດຕໍ່ຫາຈົນໝົດສວຍ ຈົນໄດ້ໄປຊື້ປີ້ໃໝ່ເພາະຮູ້ເເລ້ວວ່າຄືຈະບໍ່ໄດ້ເເລ້ວກັບຄົນນີ້ ເເລ້ວກາຄິດວ່າສິຍັງຕິດຕໍ່ມາຫາຢູ່ ເເຕ່ກາມິດເລີຍ ຄິດວ່າຖ້າລາວໂອນເງິນກັບກາສິເເລ້ວ ເເຕ່ຕອນນີ້ສົ່ງຫາເປີດອ່ານ ບໍ່ຕອບ ເຟສບຸກປ່ຽນຮູບ ລ່າສຸດປິດໜີ ເຂົ້າໃຈເລີຍວ່າຖືກຕວະໄປເເລ້ວ

ຮູບທີ່ເອົາລົງເເມ່ນຢູ່ໃນເຟສບຸກລາວ ບໍ່ຮູ້ວ່າເເມ່ນໂຕເເທ້ຫຼືປອມ
ສຸດທ້າຍເເລ້ວກາຢາກຝາກທຸກຄົນໄວ້ວ່າມັນກາມີຄົນທີ່ດີ ຄົນທີ່ມີໂຕຕົນ ເເລະ ກ່ອນຈະຊື້ ກາກວດສອບຄົນຊື້ດີໆວ່າເຊື່ອໃຈໄດ້ບໍ່ ເພາະມີຫຼາຍຮູບເເບບເເຮງ ບໍ່ຢາກໃຫ້ເຈີຄືໂຢ່ ທີ່ບໍ່ເບິ່ງໃຫ້ລອບຄອບດີກວ່ານີ້ ເເລະ ກາຖືກຕວະໄປເເບບນີ້ ເສຍດາຍ ເສຍເວລາ ເສຍຄວາມຮູ້ສຶກ

.

.

ເຮັດບຸນປີໃໝ່ຊະຄົນເເບບນີ້ ສາທຸ
ບໍ່ຄິດວ່າໂຕເອງຈະເຈີເເບບນີ້