ມອບຄືນນ້ຳພຸ ຄືນໃຫ້ລັດຖະບານ ເຊິ່ງຈະເປັນແຫລ່ງທ່ອງທ່ຽວ ບ່ອນພັກຜ່ອນ ບ່ອນຍ່າງຫລິ້ນ

ມອບຄືນນ້ຳພຸ ຄືນໃຫ້ລັດຖະບານ ເຊິ່ງຈະເປັນແຫລ່ງທ່ອງທ່ຽວ ບ່ອນພັກຜ່ອນ ບ່ອນຍ່າງຫລິ້ນ

December 22, 2022 Off By FC

ວັນທີ 21 ທັນວາ 2022 ຈະມີພິທີມອບຄືນນ້ຳພຸ ຄືນໃຫ້ລັດຖະບານ ເຊິ່ງຈະເປັນແຫລ່ງທ່ອງທ່ຽວ ບ່ອນພັກຜ່ອນ ບ່ອນຍ່າງຫລິ້ນ ຂອງແຂກພາຍໃນແລະຕ່າງປະເທດແລ້ວ ເຊິ່ງນ້ຳພຸແຫ່ງນີ້ແມ່ນມີການສ້າງຂຶ້ນມາແຕ່ປີ 1961 ຫລັງຈາກຍ້າຍຕະຫລາດເຊົ້າຈາກສະຖານທີ່ແຫ່ງນີ້ໄປຢູ່ຕະຫລາດເຊົ້າແຫ່ງໃຫມ່ (ຕະຫລາດມໍ ໃນປັດຈຸບັນນີ້)

.

.

ມື້ນີ້ວັນທີ 20/12/2022 ເລີຍຮີບໄປບັນທຶກກ່ອນການສົ່ງມອບຢ່າງເປັນທາງການໃນສະຖານທີ່ແຫ່ງນີ້ກ່ອນ ເປັນເກັບບັນຍາກາດ ຂອງນ້ຳພຸ ເຊິ່ງເປັນສະຖານທີປະຫວັດສາດ ຂອງຄົນວຽງຈັນໃນອະດິດ ໂດຍສະເພາະ ຫລັງຈາກ ປະເທດຊາດໄດ້ຮັບການປົດປ່ອຍມາ 1975 ຈົນຮອດປີ 1990 ນ້ຳພຸແຫ່ງນີ້ ແມ່ນບ່ອນຈຸດນັດພົບ ຈຸດນັ່ງພັກຜ່ອນ ຂອງຫລາຍໆຄົນທີ່ເປັນຄູ່ຮັກກັນ ຈົນສ້າງຄອບຄົວນຳກັນ ກໍ່ຍ້ອນມາພົບກັນທີ່ນ້ຳພຸແຫ່ງນີ້

.

.

ວັນທີ 21 ທັນວາ 2022 ເວລາ 09:00 ໂມງ ຈະມີກິດຈະກຳຂອງອົງການຊາວໜຸ່ມ ແລະຕອນພາກແລງ ຈະມີພິທີມອບ-ຮັບຈາກເຈົ້າຂອງຜູ້ຮັບສຳປະທານ ມອບຄືນສູ່ລັດຖະບານ ຢ່າງເປັນທາງການ ໃຜມີເວລາກໍ່ສາມາດໄປຮ່ວມພິທີເພິ່ນໄດ້ເດີ.

.

.