
ມາແລ້ວເຜີຍໂສມຫນ້າ ເຈົ້າຂອງຢາ 4 ລ້ານເມັດ ເຊື່ອງໃນລົດສະແຕັກ ທີ່ຂ້າມດ່ານໜອງຄາຍ ທີ່ຫຼາຍຄົນສົງໄສວ່າເປັນ CEO
December 21, 2022ນິ້ຄືໂສມຫນ້າເຈົ້າຂອງຢາເສບຕິດ ເກືອບ 4 ລ້ານເມັດ ທີ່ຊຸກເຊື່ອງນຳລົດສະແຕັກ ທີ່ຫນອງຄາຍຈັບໄດ້ ໃນຄັ້ງຜ່ານມາ ຖືກເຈົ້າຫນ້າທີ່ ປກສ ຈັບໄດ້ ໃນວັນທີ 24/11/2022.
ຜູ້ຖືກຫາ ຊື່ນາງ ຫນູແດງ ຫລື ວັນ ອາຍຸ 29 ປີ ບ້ານຄູນມະນີ ແລະ ນາງ ດອນ ອາຍຸ 45 ປີ ບ້ານຄູນຄຳ ທັງສອງເມືອງຄູນຄຳ ແຂວງຄຳມ່ວນ.
ເນື້ອໃນລະອຽດ, ໃນເວລາ 14:00 ໂມງ ຂອງວັນທີ 19 ທັນວາ 2022 ເຈົ້າໜ້າທີ່ໄດ້ຖະແຫຼງຂ່າວຄວາມຄືບໜ້າກ່ຽວກັບການສືບສວນ-ສອບສວນຂະຫຍາຍຜົນດຳເນີນຄະດີຢາເສບຕິດ ປະເພດຢາບ້າ ຈຳນວນ: 3.860.000 ເມັດ, ໄອສ໌ ຈຳນວນ 10 ກິໂລກຣາມ ແລະ ຢາອີ 5.000 ເມັດ ທີ່ເຈົ້າໜ້າທີ່ໄທຍຶດໄດ້ຢູ່ໃນລົດສະແຕັກຂົນສົ່ງນ້ຳມັນ ທີ່ດ່ານຂົວມິດຕະພາບລາວ-ໄທ ແຂວງໜອງຄາຍ ປະເທດໄທ ໃນຄັ້ງວັນ 23 ພະຈິກ 2022 ສາມາດຈັບຕົວຜູ້ຖືກຫາ 2 ຄົນ.
ພັອ ສາລີ ພຸດທະວົງ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ຖະແຫຼງວ່າ: ໃນວັນທີ 24 ພະຈິກ 2022 ເຈົ້າໜ້າທີ່ຕຳຫຼວດໄດ້ຮັບຂໍ້ມູນ ແລະ ປະສານງານກັບເຈົ້າໜ້າທີ່ໄທມີເປົ້າໝາຍທີ່ເປັນຄົນລາວມີສ່ວນພົວພັນກັບການຂົນສົ່ງຢາເສບຕິດໃນຄັ້ງນີ້; ຕໍ່ກັບເຫດການດັ່ງກ່າວ ກະຊວງ ປກສ ແລະ ກໍຄືກົມໃຫຍ່ຕຳຫຼວດ ກໍໄດ້ແຕ່ງຕັ້ງໃຫ້ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ລົງພິສູດໄລ່ຊອກ-ໄລ່ຈັບເປົ້າໝາຍດໂດຍມີການປະສານສົມທົບກັບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ປກສ ແຂວງທີ່ກ່ຽວຂ້ອງ,
ຮອດວັນທີ 30 ພະຈິກ 2022 ຈື່ງສາມາດຈັບຕົວບຸກຄົນທີ່ມີສ່ວນພົວພັນກັບການຂົນສົ່ງຢາເສບຕິດດັ່ງກ່າວ ຈຳນວນ 2 ຄົນ ຄື: ນາງ ໜູແດງ ຫຼື ວັນ, ອາຍຸ 29 ປີ, ເຮັດນາຢູ່ບ້ານ ຄູນມະນີ ເມືອງຄູນຄຳ ແຂວງຄຳມ່ວນ ແລະ ນາງ ດອນ , ອາຍຸ 45 ປີ, ຄ້າຂາຍ, ຢູ່ບ້ານຄູນຄຳ ເມືອງຄູນຄຳ ແຂວງ ຄຳມ່ວນ ມາດຳເນີນຄະດີຕາມ ກົດໝາຍ ຂອງ ສປປ ລາວ.
ຜ່ານການສືບສວນ-ສອບສວນທັງສອງຄົນກໍໄດ້ຮັບສາລະພາບວ່າ: ໄດ້ມີການພົວພັນກັບການຂົນສົ່ງຢາເສບຕິດໃນຄັ້ງນີ້ກັບ ທ້າວ ປຣະສິດ ປັນພູມີ (ຄົນໄທ) ທີ່ຂັບລົດສະແຕັກຂົນສົ່ງນຳ້ມັນ ຊຸກເຊື່ອງຢາເສບຕິດທີ່ຖືກເຈົ້າໜ້າທີ່ໄທຈັບຕົວໃນວັນທີ 23 ພະຈິກ 2022 ນັ້ນແທ້ ແລະ ພວກກ່ຽວທັງສອງຍັງໃຫ້ການອີກວ່າ: ເລີ່ມແຕ່ປີ 2019 ເປັນຕົ້ນມາແມ່ນເຄີຍຕິດຕໍ່ພົວພັນກັບການຂົນສົ່ງຢາເສບຕິດ ປະເພດຢາບ້າ ແລະ ຄັນຊາ ກັບ ທ້າວ ປຣະສິດ ປັນພູມີ ມາແລ້ວ 7 ຄັ້ງ ລວມທັງຄັ້ງນີ້.
.
ໃນແຕ່ລະຄັ້ງແມ່ນ ນາງ ດອນ ເປັນຜູ້ຕິດຕໍ່ຫາ ນາງ ໜູແດງ ແລ້ວ ນາງ ໜູແດງ ກໍຕິດຕໍ່ຫາທ້າວ ປຣາສິດ ປັນພູມີ ໃນເວລາຜູ້ກ່ຽວມາສົ່ງນ້ຳມັນຢູ່ ສປປ ລາວ ແລ້ວຈະກັບປະເທດໄທ ແລ້ວກໍໄດ້ນັດໝາຍຈຸດສົ່ງຢາເສບຕິດ, ຈາກນັ້ນ ນາງ ດອນ ກໍຈະບອກໃຫ້ຄົນເອົາຢາເສບຕິດມາສົ່ງໃຫ້ບ່ອນຈຸດນັດໝາຍ, ຈາກນັ້ນ ນາງ ດອນ ກໍຈ່າຍເງິນຄ່າຂົນສົ່ງໃຫ້ ທ້າວ ປຣະສິດ ປັນພູມີ (ຄັ້ງລະ 40,000 ບາດ ຫາ 100,000 ບາດ) ແລ້ວ ທ້າວ ປຣາສິດ ປັນພູມີ ກໍຈະຈ່າຍໃຫ້ ນາງ ໜູແດງ ຕາມການຕົກລົງກັນໄວ້.