ສາຍດາດລະວັງໄວ້ ຄວນແຍກ “ໄມ້ທູ” ຄີບຊີ້ນສຸກ ແລະ ຊີ້ນດິບ ເພາະສ່ຽງເປັນພະຍາດຫູດັບ ແຊບອກຕໍ່ໆກັນ

ສາຍດາດລະວັງໄວ້ ຄວນແຍກ “ໄມ້ທູ” ຄີບຊີ້ນສຸກ ແລະ ຊີ້ນດິບ ເພາະສ່ຽງເປັນພະຍາດຫູດັບ ແຊບອກຕໍ່ໆກັນ

December 21, 2022 Off By FC

ລະວັງ!!!! ກິນຊີ້ນດາດຄວນແຍກ “ໄມ້ທູ” ຄີບຊີ້ນສຸກ ແລະ ຊີ້ນດີບ ຫຼີກລ້ຽງພະຍາດຫູດັບ

ຊີ້ນດາດ ເມນູຍອດນິຍົມຂອງຄົນລາວ ແຮງຊ່ວງທີ່ອາກາດເຢັນໆແບບນີ້ ຫຼາຍໆຄົນກໍຄົງຢາກຈະໄປນັ່ງອ້ອມເຕົາໄຟ ແລະ ເອົາຊີ້ນມາດາດ ບາງເທື່ອກະດາດຈົນແຫ້ງ ແຕ່ບາງເທື່ອກະດາດສຸກໆດິບໆ

ແຕ່ຮູ້ບໍ່ວ່າການກິນຊີ້ນໝູດິບ ບໍ່ສະອາດ ສຸກໆດິບໆ ເປັນ ທີ່ມາຂອງ “ພະຍາດຫູດັບ” ແລ້ວພະຍາດນີ້ມີອາການແນວໃດ ມີຜົນເສຍຕໍ່ຮ່າງກາຍຫຼາຍໜ້ອຍປານໃດ ແລະ ເຮັດໃຫ້ເສຍຊີວິດໄດ້ ຫຼື ບໍ່

ພະຍາດນີ້, ເກິດຈາກເຊື້ອແບກທີເລຍຈາກການກິນຊີ້ນໝູ, ເຄື່ອງໃນໝູ, ເລືອດໝູ, ທີ່ບໍ່ຜ່ານການປຸງສຸກ ຜູ້ທີ່ໄດ້ຮັບເຊື້ອ

ພະຍາດນີ້ ຈະມີອາການດັ່ງນີ້: ມີອາການໄຂ້ສູງ, ເຈັບຫົວ ຮຸນແຮງ, ປວດຕາມກ້າມເນື້ອ, ຖ່າຍເປັນນໍ້າ ຮ່ວມກັບອາການ ສະແດງສະເພາະພະຍາດ ເຊັ່ນ: ຊືມ, ຄໍແຂງ, ຮາກ, ຊ໋ອກ, ຫົວໃຈ ລົ້ມເຫຼວ ແລະ ເຖິງຂັ້ນເສຍຊີວິດໄດ້