
ຄາລາວານລົດ ທີມຊາດຫວຽດນາມ ກ່ອນການແຂ່ງຂັນ ພົບ ທີມຊາດລາວ ມື້ແລງ
December 21, 2022ຄຶກຄື້ນຄຶກຄັກກັນເລີຍ ຄາລາວານລົດ ທີມຊາດຫວຽດນາມ ທີ່ສະແດງໂຕໃນວຽງຈັນ ເປັນການສ້າງບັນຍາກາດກ່ອນການແຂ່ງຂັນ
.
ເຊິ່ງພົບກັບທີມຊາດລາວ ບອກເລີຍ ມັນແນ່ນອນນັດນີ້
.
ສາມາດໄປຊົມໄປເຊຍໄດ້ທີ່ ສະໜາມກິລາແຫ່ງຊາດຫຼັກ 16 ຕັ້ງແຕ່ເວລາ 14:00 ເປັນຕົ້ນໄປເດີ້
.
ໃຜຍັງບໍ່ມີປີ້ ສາມາດໄປຊື້ໜ້າທາງເຂົ້າໄດ້ເລີຍຈະ
ນັດທຳອິດຂອງທີມຊາດລາວ ໃນລາຍການ ການແຂ່ງຂັນບານເຕະຊາຍ ຊິງແຊ້ມອາຊຽນ ຫລື AFF Mitsubishi Electric Cup 2022.
ວັນທີ 21 ທັນວາ 2022 ເວລາ 19:30 ທີມຊາດລາວ ພົບກັບ ທີມຊາດຫວຽດນາມ ແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດ ຫຼັກ16 ສາມາດຕິດຕາມການຖ່າຍທອດສົດຜ່ານທາງອອນ FPT PLAY.
.
ສຳລັບບັດເຂົ້າຊົມ ນັດທີ່ ທີມຊາດລາວ ແຂ່ງຂັນຢູ່ບ້ານມີ:
– ບັດເຂົ້າຊົມ ປະຕູທາງເຂົ້າ A ແລະ C ລາຄາ 50.000 ກີບ
– ບັດເຂົ້າຊົມ ປະຕູທາງເຂົ້າ B ແລະ D ລາຄາ 30.000 ກີບ ແມ່ນສາມາດຊື້ໄດ້ຢູ່ທີ່ຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ແລະ ໃນມື້ທີ່ແຂ່ງຂັນເຊິ່ງມີຂາຍຢູ່ທີ່ຫນ້າສະຫນາມກິລາແຫ່ງຊາດຫລັກ 16.
ສອບຖາມຂໍ້ມູນເພີ້ມ: ສະຫະພັນບານເຕະແຫ່ງຊາດລາວ ເບີໂທ: 02058886600, 02029805676, 02054649559 ແລະ 55414619