ຜົນຕັດສິນ ກີລາແຂ່ງລົດຖີບ ທີ່ເປັນດຣາມາ ຕາມນີ້ເດີ້

ຜົນຕັດສິນ ກີລາແຂ່ງລົດຖີບ ທີ່ເປັນດຣາມາ ຕາມນີ້ເດີ້

December 21, 2022 Off By FC

ຜົນຕັດສິນອອກມາແລ້ວ! ສຳລັບດຣາມາ ກີລາແຂ່ງລົດຖີບປະເພດລົດກວກ ຫຼື ເສືອໝອບ 80 ກິໂລແມັດຍິງ ຊຽງຂວາງເກມ ເມື່ອວັນທີ19 ທັນວາ 2022 ຈາກເຫດການກ່ອນເຂົ້າເສັ້ນໄຊພຽງ 10 ແມັດ ໄດ້ເກີດອຸບັດເຫດຂຶ້ນ ແລ້ວກໍເກີດດຣາມາ ຕ່າງໆນາໆຈາກຜູ້ໃຊ້ສື່ອອນລາຍຕໍ່ເຫດການທີ່ເກີດຂຶຶ້ນ

ຫຼ້າສຸດມາໃນວັນທີ20 ທັນວາ 2022 ຄະນະກຳມະການ ໄດ້ຕັດສິນໃຫ້ ນາງ ໂບຕັນ ວິໄຊ ນັກປັ່ນຈາກແຂວງຄຳມ່ວນ ເສື້ອສີເຫຼືອງ(ທີ່ເກີດອຸບັດເຫດ)ຄວ້າຫຼຽນຄຳ

ນາງ ຕຸກຕາ ອິນທະວົງ ນັກປັ່ນຈາກນະຄອນຫຼວງວຽງຈັນ (ທີ່ເກີດອຸບັດເຫດ) ເສື້ອສີຂາວ ຄວ້າຫຼຽນເງິນ

ແລະ ນາງຫັດສະດາ ມາດສຸດາ ນັກປັ່ນຈາກນະຄອນຫຼວງວຽງຈັນ ຄວ້າຫຼຽນທອງ

ນັກຂ່າວ Lao Sports Media ທີ່ເກາະຕິດຊຽງຂວາງເກມລາຍງານວ່າ: ຕາມສາຍຕາຂອງແອັດມິນ ທີ່ໄປຢືນເຝົ້າລໍຖ້າຈັບພາບນັກກິລາເຂົ້າເສັ້ນໄຊ ໃຊ້ເວລາເຖິງ 4 ຊົວໂມງ ຊຶ່ງໄປພ້ອມກັນມິທີມງານນັກຂ່າວບາງສຳນັກ ໂດຍສະເພາະ ໂທລະພາບ ທີວີ9 ພ້ອມແອັດມິນ ກໍຈະເຫັນນັກກິລາທີ່ໃຊ້ກຳລັງຕົນເອງຢ່າງສຸດຂີດ ຫຼື ກັດແຂ້ວສູ້ມີເທົ່າໃດກໍໃສ່ໃຫ້ໝົດ ເພື່ອບືນຕົນເອງຖີບລົດຄູ່ໃຈຊີງກັນເຂົ້າເສັ້ນໄຊ ໃນໄລຍະ 10 ກວ່າແມັດ ແຕ່ຈຸດປ່ຽນ ແລະ ຈຸດທີ່ສັງຄົມສົນໃຈນັ້ນ ຕົ້ນເຫດມາຈາກນັກກິລານະຄອນຫຼວງ ທີ່ຖີບລົດເສຍຫຼັກ ຫຼື ເສຍການຊົງຕົວ ບໍ່ສາມາດບັງຄັບລົດຕົນເອງໄດ້ ຈຶ່ງພາດໄປຕຳເຂົ້າດ້ານຂ້າງນັກກິລາແຂວງຄຳມ່ວນ ຈຶ່ງເປັນເຫດສົນລະມຸນແລ່ນເຂົ້າໄປໃນຈຸດເກີດເຫດຊຶ່ງມີທັງ ຄະນະຄູຝຶກ, ກອງເຊຍ ຫຼື ມວນຊົນຢູ່ເຂດທາງເລກ 7 ແລະ ກຳມະການຕັດສິນ ກໍພະຍາຍາມແລ່ນເຂົ້າໄປຫ້າມເພື່ອຄວາມເປັນລະບຽບ.

ຂໍ້ມູນແລະພາບຈາກເພຈ Lao Sports Media