“ຄວາມລຳບາກສອນໄຫ້ເຮົາຕ້ອງອົດທົນ ຄວາມເປັນຄົນສອນໄຫ້ເຮົາກ້າວຕໍ່ໄປ” ຈັນສຸກ ຍອດພະສິດ ຊາວງາມແຂວງອຸດົມໄຊ

“ຄວາມລຳບາກສອນໄຫ້ເຮົາຕ້ອງອົດທົນ ຄວາມເປັນຄົນສອນໄຫ້ເຮົາກ້າວຕໍ່ໄປ” ຈັນສຸກ ຍອດພະສິດ ຊາວງາມແຂວງອຸດົມໄຊ

December 16, 2022 Off By FC

ຮູ້ຈັກ Ml22 ສາວງາມແຂວງ ອຸດົມໄຊ ຈັນສຸກ ຍອດພະສິດຫຼື ນ້ອງປັນ ໜຶ່ງໃນຜູ້ເຂ້າປະກວດ ນາງສາວລາວ 2022 ໂດຍ ໄດ້ໃຫ້ສໍາພາດໄວ້ວ່າ
ເຫດຜົນທີ່ເຮັດໄຫ້ນ້ອງລຢງປະກວດໃນປີນິ້ກໍຍ້ອນວ່າ:ນ້ອງເຫັນວ່າເຖິງເວລາເເລ້ວທີ່ນ້ອງຕ້ອງລົງປະກວດເພາະເຫັນວ່າດ້ວຍອາຍຸ ລວງສູງ ຄວາມພ້ອມຕ່າງໆເເມ່ນຕົງຕາມມາດຕະຖານທີ່ທາງກອງປະກວດເພິ່ນວາງອອກເລີຍເຮັດໄຫ້ນ້ອງຕັດສິນໃຈມາປະກວດໃນປີນີ້

ສາເຫດທີ່ລົງປະກວດໃນເວທີ່ນາງສາວລາວນີ້ກໍຍ້ອນວ່າເວທີ່ນາງສາວລາວນີ້ເປັນເວທີ່ທີຜູ້ຍິບທຸກໆຄົນລ້ວນເເລ້ວເເຕ່ໄຝ່ຝັນທີ່ຢາກຈະເປັນເພາະມັນເປັນເວທີອັນຊົງຄຸນຄ່າເເລະຊົງກຽດຫລາຍເເລະອີກຢ່າງຫນຶ່ງກໍຄືມັນເປັນເວທີ່ທີ່ນ້ອງຢາກຈະປະກວດຕັ້ງເເຕ່ນ້ອຍເເລ້ວ

ໃນໄລຍະທີ່ຜ່ານມານ້ອງໄດ້ມີການກຽມຄວາມພ້ອມເພື່ອເວທີ່ນີ້ໂດຍສະເພາະເລີຍເພາະວ່າມັນເປັນເວທີ່ເເລກຂອງນ້ອງເອງນ້ອງເລີຍຢາກຈະເຮັດໄຫ້ມັນສຳເລັດເເລະອອກມາດີທີ່ສຸດ
ວຽກໃນວົງການບັນເທີງຂອງນ້ອງແມ່ນສ່ວນຫລາຍຈະຮັບງານ ລີວິວຕ່າງໆ ຖ່າຍເເບບ ສະເເດງຫນັງເເຕ່ຍັງບໍ່ມີໂອກາດໄດ້ສະເເດງຫນັງເທື່ອຖ້າມີໂອກາດກໍຢາກຈະສະເເດງຫນັງນຳສັງກັດໃດຫນຶ່ງ
ນ້ອງເຫັນວ່ານ້ອງມີການພັດທະນາຂື້ນຫລາຍກ່ອນທີ່ຈະມາປະກວດໃນເວທີ່ນີ້ເພາະນ້ອງໄດ້ມີການກຽມຄວາມພ້ອມມາເປັນຢ່າງດີບໍ່ວ່າຈະເປັນ ການເດີນ ການປາກເວົ້າ ບຸກຄະລິກກະພາບຕ່າງໆເເລະທີ່ສຳຄັນແມ່ນນ້ອງຄິດວ່າຄວາມເກັ່ງທາງດ້ານຄວາມຮູ້ຂອງນ້ອງເອງແມ່ນເຕັມຮ້ອຍບໍ່ເເພ້ຜູ້ໃດເເນ່ນອນ

ປັດຈຸບັນ ນ້ອງໄດ້ມີການເກັບໂຕຕາມທີ່ທາງກອງປະກວດເພິ່ນໄດ້ວາງອອກ ເເລະ ກໍໄດ້ມີການເຟິກຊ້ອມທຸກມື້ບໍ່ວ່າຈະເປັນ ການເດີນ ບຸກຄະລິກກະພາບ ລວມໄປເຖິງ ການຕອບຄຳຖາມ ເເລະ ກໍ່ໄດ້ມີການອອກໄປເຮັດກິດຈະກຳນຳທາງກອງຢູ່ເປັນຕົ້ນ
ຄວາມລຳບາກສອນໄຫ້ເຮົາຕ້ອງອົດທົນ ຄວາມເປັນຄົນສອນໄຫ້ເຮົາກ້າວຕໍ່ໄປ

ນ້ອງຢາກຟາກເຖິງພີ່ນ້ອງຊາວລາວທຸກໆຄົນ ເເລະ ລວມໄປເຖິງພີ່ນ້ອງຊາວອຸດົມໄຊ.ຫມົດທຸກຄົນຊ່ວຍເປັນເເຮງເຊຍເເຮງໃຈໃຫ້ກັບMl22 ຄົນນີ້ເເນ່ເດີ້
ເປົ້າຫມາຍຂອງນ້ອງໃນອານາຄົດກໍຄື ຫລັງຈາກທີ່ຮຽນຈົບເເລ້ວຢາກມີທຸລະກິດເປັນຂອງໂຕເອງ ເພື່ອຢາກດູເເລຄອບຄົວນຳພາຄອບຄົວໄປສູ່ການເປັນຢູ່ທີ່ດີຂື້ນໄປເລື້ອຍໆ
ປັດຈະບັນ ນ້ອງໄດ້ສຶກສາຢູ່ທີ່ ສະຖາບັນຕ່າງປະເທດໂລໂກສ ປີ1 ສາຂາພາສາອັງກິດ